English grammar

Part I GM.1 = Part of speech
I.        Part of speech ແມ່ນພາກສ່ວນຂອງຄຳເວົ້າ ຫຼື ຊະນິດຂອງຄຳເວົ້າ ຄຳເວົ້າທຸກຄຳໃນ
ພາສາອັງກິດທີ່ເຮົາຂຽນ ແລະ ເວົ້າທຸກວັນນີ້ ຕ້ອງປະກອບໄປດ້ວຍພາກສວນຂອງຄຳເວົ້າ8 ໂຕຂ້າງລຸ່ມນີ້ ເພື່ອໃຫ້ຄຳເວົ້າແລະປະໂຫຍກນັ້ນໆສົມບູນຍິ່ງຂື້ນ.
1.    (n)               : Noun                             (ຄຳນາມ)
2.    (pro)            : Pronoun               (ຄຳແທນນາມ)
3.    (v)                : Verb                     (ຄຳກຳມະ)
4.    (adv)            : Adverb                 (ຄໍາກໍາມະວິເສດ)
5.    (adj)            : Adjective              (ຄຳຄຸນນາມ)
6.    (prep)          : Preposition           (ຄໍາບຸບພະບົດ: ຄໍາຕໍ່)
7.    (conj)           : Conjunction          (ຄຳເຊື່ອມ: ສັນຖານ)
8.    (inter) : Interjection           (ຄໍາອຸທານ)
Text Box: 1 (n) Noun: ຄໍານາມ
 






1.    Noun : ຄໍານາມ ແມ່ນຄໍາທີ່ໃຊ້ເອີ້ນຊື່ຂອງ
·         ຄົນ (man) Mr. Dam, Miss Deng .
·         ສັດ (animal) Cat , Dog ……
·         ວັດຖຸສິ່ງຂອງ (material) table, chair
·         ສະຖານທີ່ຕ່າງໆ (place) school, hotel, hospital
·         ພ້ອມທັງຄຸນສົມບັດ ຫຼື ຄຸນຄ່າຕ່າງໆ (material, abstract) truth, wisdom
2   ຊນິດຂອງຄຳນາມ: ອີງຕາມປະເພດຂອງຄຳ ຈຶ່ງແບ່ງຄຳນາມອອກເປັນ 8ຊະນິດ
1.   Common Noun:      ສາມັນນາມ
2.   Proper Noun:          ວິສາມັນນາມ
3.   Collective Noun:     ສະມຸຫານາມ
4.   Material Noun:        ວັດຖຸນາມ
5.   Abstract Noun:        ອາການນາມ
6.   Noun Equivalent:    ນາມສົມບູນ
7.   Compound Noun:   ນາມປະສົມ
8.   Agent Noun:           ນາມສະແດງ
1)   Common Noun: (ສາມັນນາມ) : ນາມທີ່ເປັນຊື່ທົ່ວໄປຂອງຄົນວັດຖຸສິ່ງຂອງ, ສະຖານທີ່ຕ່າງໆ
ທີ່ບໍ່ໄດ້ໃຊ້ ສະເພາະເຈາະຈົງວ່າເປັນຄົນນີ້ຄົນນັ້ນ ສິ່ງນີ້ສິ່ງນັ້ນ:
Ex: girl, dog, pen, hotel, Miss Deng, red pen, the dog,
Dog is sleeping under table.
2)   Proper Noun: (ວິສາມັນນາມ) ນາມທີ່ຊີ້ສະເພາະເຈາະຈົງວ່າເປັນຄົນໃດ,ສັດໃດ,ສິ່ງໃດ,ແຫ່ງ
ຫົນໃດ, ເວລາຂຽນມັນຂຽນເປັນໂຕໃຫຍ່: Capital Letter ເຊັ່ນ: Linda , USA , Vientiane
Ex: Linda lives in Vientiane city.
3)   Collective Noun: (ສະມຸຫະນາມ) ນາມທີ່ເປັນຊື່ໝູ່ຄະນະ, ຟູງ, ພວກ, ກຸ່ມ...ປົກກະຕິໃຊ້ຮ່ວມກັບ      Common Noun ຕະຫຼອດໂດຍມີ of ເປັນຕົວເຊື່ອມ ມີສູດດັ່ງນີ້.
Text Box: Collective Noun + of + Common Noun
 




Ex: A flock of sheep, a bunch of flower, a group of students
-    ບາງເທື່ອກໍເປັນຄຳດ່ຽວທີ່ສະແດງເຖິງຈຳນວນໝູ່ຄະນະໃນໂຕເຊັ່ນ:
Family, team, army, mob
Remark: ໝາຍເຫດ
1.) ຖ້າ collective noun ຜູ້ເວົ້າໝາຍເຖິງກຸ່ມດຽວຄະນະດຽວ ບໍ່ໄດ້ແຍກຫຼາຍຄົນຕ້ອງໃຊ້ຄໍາກໍາມະເປັນເອກກະພົດ (singular verb) ເຊັ່ນ: A flock of sheep is worth one million bath.
2.) ຖ້າ collective noun ຜູ້ເວົ້າໝາຍເອົາເປັນລາຍບຸກຄົນ (individual) ໂດຍແຍກອອກໄປວ່າ   ຕ່າງຄົນກໍ່ຕ່າງກະທຳເຊັນີ້ ຄຳກຳມະໃຊ້ພະຫຸພົດ (plural verb) ເຊັ່ນ:
Ex: A flock of sheeps are standing under the tree.
4)   Material Noun/Mass Noun: (ວັດຖຸນາມ) ນາມທີ່ເປັນຊື່ຂອງວັດຖຸໄດ້ແກ່ ແຮ່ທາດ, ໂລຫະ, ທາດແຂງ-ແຫຼວ, ແລະ ອື່ນໆເຊັ່ນ:  sugar, bread, cream, flour, rice, copper, oil and etc
Ex: Copper is less valuable than gold.
-    Material Noun: ເປັນນາມທີ່ນັບບໍ່ໄດ້ ຖ້າຕ້ອງການຮູ້ເຖີງຈຳນວນ ຫຼື ເປັນໜ່ວຍເຮົາຕ້ອງນຳເອົາ Common Noun ແລະ of ມາປະກອບ common noun ຈະເປັນຕົວກໍານົດຈໍານວນ.
Text Box: Numberal + Common Noun + of + Material Noun 



Ex: a glass of Milk. Two bottle of ink. Ten bags of sand.
5)   Abstract Noun: (ອາການນາມ) ໄດ້ແກ່ຄໍານາມທີ່ເປັນຊື່ຊຊະພາວະ, ສາຖານະ, ຄຸນລັກຊະນະ, ຫຼື ການກະທຳຂອງຄົນ, ສັດ, ສິ່ງຂອງຕ່າງໆ.
Ex: Death comes to tall men, honesty is the best policy.
-    ທີ່ມາຂອງ Abstract Noun:
1 ມີຮູບມາຈາກ Verb Ex: Act (ກະທໍາ), Acting => (N/Abst: ການກະທຳ)
2 ຮູບຈາກ Adjective: Ex: true, truth, => (N/Abst ຄວາມຈິງ)
3 ມີຮູບມາຈາກ Noun ດ້ວຍກັນເອງ Ex: child (N: ເດັກ), childhood (N/Abst ຄວາມເປັນເດັກ.
6)   Noun Equivalent: (ນາມສົມບູນ) ໝາຍເຖີງຄໍາ ຫຼື ໝູ່ຄໍາໃດໆ ເຊີ່ງຕາມຮູບລັກຊະນະແລ້ວ ບໍ່ໄດ້ເປັນຄຳນາມແຕ່ກຳເນີດ ແຕ່ນ້ຳມາໃຊ້ຄືກັນກັບຄຳນາມ ເຊີ່ງມີຢູ່3ຮູບຄື:
1. Infinitive (verb ທີ່ມີ to ນຳໜ້າກາຍເປັນນາມ): to sleep, to walk, to go
Ex: To sleep is necessary for health.
2. Gerund (verb ທີ່ເຕີ່ມ ing ນຳມາໃຊ້ຢ່າງຄຳນາມ): Running, walking, sleeping.
Ex: sleeping at midday is necessary for a baby.
3 Adjective Noun (ຄຳຄຸນນາມທີ່ເປັນນາມ ບົ່ງບອກລັກຊະນະເຊັ່ນ: the good, the brave,
the rich) ຕ້ອງມີ article the ນຳໜ້າ.
Ex: the good student be prised
- ນອກຈາກນັ້ນຍັງມີນອນຢູ່ໃນຮູບແບບຂອງປະໂຫຍກຄຳຍ່ອຍ: phrase (ວະລີ), clause: (ອະນຸປະໂຫຍກ).
7)   Compound Noun: (ນາມປະສົມ) ແມ່ນເອົາຄຳນາມ2ໂຕມາຕິດຕໍ່ກັນເປັນຄຳດຽວ ຫຼື ຂຽນແຍກກັນໂດຍມີ hyphen (-) ຂິດຕໍ່
Ex: life + boat= lifeboat (ເຮືອຊູຊີບ),       living-room
    Cow + boy= cowboy (ຄົນລ້ຽງງົວ),     hand-organ
    Moon + light= moonlight (ແສງຈັນ),    school-boy
8)   Agent Noun: (ນາມສະແດງ) ແມ່ນນາມທີີ່ສະແດງຄວາມເປັນຜູ້ກະທໍາ ທີ່ມີຮູບມາຈາກການຕື່ມປັດໃຈ ເຂົ້າຂ້າງຫຼັງ (suffix) ເຊັ່ນ: er, or, ent, ant, ist, ican
Ex: act (verb ກະທຳ)              =>     actor ຜູ້ກະທຳ
    Sail (verb ແລ່ນເຮືອ) =>     sailor ກະລາສີເຮືອ
    Study (verb ຮຽນ)             =>     student ນັກຮຽນ

Countable Noun & Uncountable Noun
a.    Countable Noun (ຄຳນາມນັບໄດ້)
ໂດຍມີເຫດຜົນທີ່ວ່າ ຄຳນາມນັ້ນສາມາດນັບເປັນ: ອັນ, ລາຍອັນ, ເປັນໜ່ວຍ, ເປັນລາຍບຸກຄົນ ຄຳນາມເຫຼົ່ານີ້ເປັນເອກະເທດ,(ບໍ່ຕ້ອງການເຄື່ອງຊັ່ງ, ເຄື່ອງວັດ, ຕວງ, ມາຊ່ວຍນັບ) ສາມາດເຕີ່ມຕົວເລກ ແລະ ສາມາດທຳເປັນພະຫຸພົດໄດ້.
·         ນອນໃນຄຳນາມ 5/8 ຊະນິດຄ່:
1.    Common noun: man, girl, book, table
2.    Proper noun: Dam, Mr, Deng, Ms, kham
3.    Collective noun: a group of sheep, jur
4.    Compound noun: living room, door man
5.    Agent noun: sailor, visitor
·         ຄຸນລັກຊະນະຂອງນາມນັບໄດ້ທັງ 5 ຊະນິດນີ້ມີ 3 ຄຸນລັກຊະນະຄື:
1.    ນັບໄດ້ເປັນຫຼາຍອັນໂດຍຄຳນາມເອງ
2.    ທຳເປັນພະຫຸພົດໄດ້
3.    ໃຊ້ເລກນັບຈຳນວນ 1 2 3 ປະກອບຂ້າງໜ້າເຊັ່ນ: one man, two boys
b.    Uncountable noun (ຄຳນາມນັບບໍ່ໄດ້)
1.    Material noun            :         gold, air, water
2.    Abstract noun            :         speech, wisdom, friendship
3.    Noun Equivalent        :         to go, to come, reading, eating
Ø  ຄຸນລັກຊະນະຂອງນາມນັບໄດ້ທັງ 3 ຊະນິດນີ້ຄື:
1.    ນັບບໍ່ໄດ້ເປັນຫຼາຍອັນຫຼາຍສິ່ງ ເພາະລວມຢູ່ເປັນກຸ່ມກ້ອນ
2.    ທຳເປັນພະຫຸພົດບໍ່ໄດ້
3.    ສະແດງຈຳນວນດ້ວຍປະລິມານໜ້ອຍ ຫຼື ຫຼາຍ, Much, little
v  ການສ້າງຄຳນາມນັບບໍ່ໄດ້ ມາເປັນນາມນັບໄດ້
Ø  ຮູບຂອງເອກກະພົດ (singular noun) ໂດຍໃຊ້ສູດ:
Text Box: Common Noun + of + Material Noun
 




Ex: a drop of water, an item of news, a cup of tea.
Ø  ຮູບຂອງພະຫຸພົດ (plural noun) ໂດຍໃຊ້ສູດ:
Text Box: No. Common Noun + of + Material Noun
 




Ex: three drops of water, two item of news, cup of tea
v  ພິເສດ Common noun (countable) one of model Uncountable
·    Cox, ox,              =>     beef
·    Pig                     =>     pork
·    Sheep                =>     mutton
·    Tree                   =>     wood
v  Function of noun (ໜ້າທີ່ຂອງຄຳນາມ)
1.    Subject of verb
Ex: Mary loves her parents very much
2.    Objective of verb
Ex: Kham loves Nar
3.    Objective of proposition
Ex: We think of the teacher
4.    Subjective of complement
   Ex: Con is a student
5.    Objective of complement
   Ex: we elected Mr. Sombath leader

Text Box: 2. Pronouns (ຄຳແທນນາມ)
 




Ø  ແມ່ນຄຳທີ່ໃຊ້ແທນຊື່ຈິງຂອງ ຄົນ, ສັດ, ວັດຖຸສິ່ງຂອງ, ສະຖານທີ່ຕ່າງໆ(ເພື່ອບໍ່ໃຫ້ເອີ້ນຄຳນາມນັ້ນໆຊຳໄປຊ້ຳມາ ແລະ ເພື່ອຟັງໃຫ້ເຂົ້າໃຈງ່າຍຂື້ນ)
Ø  ແບ່ງຕາມປະເພດແລະລັກສະນະຂອງຄຳ ມີ8ຊະນິດ(2ພົດ 3ບຸລຸດ-ເພດ 5ຮູບ 7ປະທານ):
1.    Personal pronoun (ບູລຸດແທນນາມ)
2.    Possessive pronoun (ຄຳແທນນາມທີ່ສະແດງຄວາມເປັນເຈົ້າຂອງ)
3.    Definite pronoun (ນິຍົມແທນນາມ)
4.    Indefinite pronoun (ອະນິຍົມແທນນາມ)
5.    Interrogative pronoun (ປຸດສາແທນນາມ)
6.    Relative pronoun (ສຳພັນແທນນາມ)
7.    Reflexive pronoun (ແທນນາມສະທ້ອນຢໍ້າ)
8.    Distributive pronoun (ວິພາກແທນນາມ)
I.             Personal pronouns: (ບູລຸດສັບພະນາມ) ໃຊ້ເປັນຊື່ຈິງແທ້ຂອງຜູ້ເວົ້າ, ຂອງຜູ້ຝັງ, ຂອງຄົນ, ສັດ, ວັດຖຸສິ່ງຂອງ, ທີ່ເຮົາເອີຍເຖີງ ມີ ຢູ່2ພົດ, 3ບູລຸດ, 3ເພດ, 7ປະທານ
singular
plural
ບູລຸດທີ 1
I: ຂ້ອຍ,ຂ້າພະເຈົ້າ
             We:ພວກເຮົາ
ບູລຸທີ 2
You: ເຈົ້າ,ທ່ານ,ໂຕ
You: ພວກເຈົ້າ

ບູລຸດທີ 3
He: ລາວ(ຜູ້ຊາຍ)
She:ລາວ(ຜູ້ຍິງ)
It: ມັນ(ສັດ,ສິ່ງຂອງ)

They:ພວກມັນ,ພວກເຂົາ

Ø  5 Models of the Pronoun
Nominative cause
ໃຊ້ເປັນປະທານ
Accusative cause ໃຊ້ເປັນຕົວກຳ
Possessive adjective
ຄຳຄຸນນາມເປັນເຈົ້າຂອງ
Possessive
Pronoun ຄຳແທນນາມເປັນເຈົ້າຂອງ
Reflexive
ແທນນາມສະທ້ອນຍ້ຳໆ
I
Me
My
Mine
myself
We
Us
Our
Ours
Ourselves
You
You
Your
Yours
Yourselves
He
Him
His
His
Himself
She
Her
Her
Hers
Herself
It
It
Its
Its
Itself
They
Them
Their
Theirs
Themselves


v  Function of (personal) pronoun
1.    Subject pronoun: (ບູລຸດສັບພະນາມ): (I, You, He, She, It, They)
·         ເປັນປະທານຂອງປະໂຫຍກ:
Ex: I know everything from him (ຂ້ອຍຮູ້ທຸກສິ່ງທຸກຢ່າງຈາກລາວ)
You can speak better than French
·         ສ່ວນສົມບູນຂອງກຳມະ(subject complement)ກິລິຍາຕາມຫຼັງຂອງ verb to be
Ex: if I were he, I would not go there exactly. ຖ້າຂ້ອຍເປັນລາວຂ້ອຍຈະບໍ່ໄປທີ່ນັ້ນເດັດຂາດ
If is I who can speak English here. ຂ້ອຍເປັນຜູ້ເວົ້າພາສາອັງກິດໄດ້ທີ່ນີ້
2.    Object pronoun: (ຄໍາແທນນາມທີ່ເປັນຕົວກໍ້າ) =(me, us, you, him, her, it and them
·         ເປັນກຳມະ object ຂອງ verb (ມີກິລິຍາໃນປະໂຫຍກ): Ex: we love them very much.
·         ເປັນ object ຂອງ preposition: Ex: My father thought of me, a lot of we pay attention to her alone
·         ເປັນ object ຂອງ infinitive: Ex: I told her to study  English at once
3.    Possessive adjective: ຄຳແທນນາມໃນຮູບຂອງຄຳຄຸນນາມທີ່ສະແດງຄວາມເປັນເຈົ້າຂອງຮູບ(my=>their)
·         Possessive adjective(+)N
This is my book. ນີ້ແມ່ນປື້ມຂອງຂ້ອຍ
This is your car. ນີ້ມແມ່ນລົດຂອງເຈົ້າ
4.    Possessive pronoun: (ຄຳແທນນາມສະແດງຄວາມເປັນເຈົ້າຂອງຮູບ (mine=>theirs.)ຂອງຂອງ+S
·         ເປັນ subject of a verb: ຕ້ອງມີຄຳເວົ້າມາກ່ອນໜ້ານີ້
Ex: your friend is Indian, mine is American.
    His brother is art all boys, that one is her.
·         ເປັນ subject complement: ສ່ວນສົມບູນຂອງກິລິຍາໃນປະໂຫຍກ.
Ex: This bicycle is mine, that one is yours.
    This rule is his, that one is hers.
·         (Double possessive) ຫຼັງຂອງ of = (a + noun + of +possessive).
Ex: a friend of mine = one of my friend. (ໝູຄົນໜຶ່ງຂອງຂ້ອຍ)
   A brother of your = one of your brother (ສັງເກດຕາມຫຼັງຂອງ p.p.n ບໍ່ມີ ຕາມຫຼັງ)
v  ການຈຳແນກ possessive adj & Possessive pronoun:
1.    Possessive adj (+)N:
This is my book. ນີ້ແມ່ນປື້ມຂ້ອງຂ້ອຍ
This is your car. ນີ້ແມ່ນລົດຂອງເຈົ້າ
2.    Possessive pronoun ( + ) N
This book is mine. ປື້ມເຫຼັ້ມນນີ້ແມ່ນຂອງຂ້ອຍ
This car is your. ລົດຄັນນີ້ແມ່ນຂອງເຈົ້າ
3.    Definite pronoun: (ນິຍົມແທນນາມ)ໄດ້ແກ່ຄໍາແທນນາມໜຶງມີຄວາມໝາຍເຈາະຈົງໄດ້ແກ່6ໂຕ(this, these, that, one, ones )
1.    This, that, one=ນາມເອກະພົດ
2.    This, those, ones=ນາມເປັນພະຫຸພົດ
·         This (ຄໍາN,ເອກະພົດໃຊ້ກັບສິ່ງໃກ້ໂຕ(this is an interesting book)
·         That (ຄໍາN, ເອກະພົດໄກໂຕ  (that is the thing I need)
·         One: ໜຶ່ງເມື່ອນຳມາເປັນ Definite pronoun: ມີຄວາມປ່ຽນໄປຈາກເດີມ
Ex: which car do you possess? => I possess the red one car.
Ø  These (ເຫຼົ່ານີ້N. ພະຫຸພົດຢູ່ໃກ້ຕົວເຈົ້າຂອງ) Ex: these are students.
Ø  Those (ເຫຼົ່ານີ້N. ພະຫຸພົດຢູ່ໄກຕົວເຈົ້າຂອງ) Ex: those are foreigners.
Ø  One (ຈໍານວນກຸ່ມໃດກຸ່ມໜຶ່ງ)
Ex: Which orange will you have? => I will have big ones
   (ເຈົ້າຊິກິນໝາກກ້ຽງໜ່ວຍໃດ, ຂ້ອຍຊິກິນໝາກກ້ຽງໜ່ອຍໃຫຍ່)
# Note: adj + N => definite. N
This school is famous                    this is famous school
ໂຮງຮຽນນີ້ມີຊື່ສຽງ                                         ນີ້ຄືໂຮງຮຽນທີ່ມີຊື່ສຽງ
4.    Infinite pronoun: (ອະນິຍົມແທນນາມ)
Ø  ໃຊ້ແທນນາມໄດ້ໂດຍທົ່ວໄປ ບໍ່ເຈາະຈົງຜູ້ໃດຜູ້ໜຶ່ງ ສິ່ງໃດສິ່ງໜຶ່ງ
Such: (some, any, one, all, someone, something, somebody, anyone, few, everyone, everything nobody, many, other)
Ex: some are eating, but some are drinking.
Everybody is here today: ມື້ນີ້ທຸກໆຄົນຢູ່ທີ່ນີ້.
5.    Interrogative pronoun: (ປຸດສາແທນນາມ)
Ø  ໄດ້ແກ່ສັບພະນາມທີ່ໃຊ້ແທນນາມສຳລັບຄຳຖາມຈະຕ້ອງບໍ່ມີຄຳນາມນຳຫຼັງຈຶ່ງຕ້ອງເອີ້ນໄດ້
Such: Who, Whom, Whose, What, Which
Ex: Which do you prefer? The man whom you invited did not some.
6.    Relative Pronoun: ສຳພັນສັບພະນາມໃຊ້ແທນຢູ່ຂ້າງໜ້າຄະນະດຽວກັນກັບເຊື່ອມປະໂຫຍກໜ້າຫຼັງໃສສຳພັນກັນເປັນ subject ຫຼືເປັນກຳມະຫຼັງຂອງປະໂຫຍກຫຼັງ.
Such: who, whom, whose, what, which, where, when, why, that,
Mr. Dee who is our good friend is not here. The man whom you
7.    Reflexive Pronoun: (ແທນນາມສະທ້ອນຍໍ້າ) such: myself, themselves,
Ø  ວາງໄວ້ຂ້າງຫຼັງຂອງປະທານ: I myself will do it
Ø  ວາງໄວ້ຫຼັງຂອງກຳມະ: we enjoy ourselves at the seaside
Ø  ວາງໄວ້ຂ້າງຫຼັງຂອງຄຳບຸບພະບົດ: by She lived here by herself.
8.    Distributive pronoun: ສັບພະນາມຊີ້ບອກ(ວິພາກສຳມະນາມ) ໃຊ້ແທນນາມເພື່ອແບ່ງແຍກ, ຈຳແນກ, ເປັນສິ່ງອັນ...ທີ່ໃຊ້ຫຼາຍ: each (ແຕ່ລະ), either (ຄົນໃດຄົນໜຶ່ງ,ສິ່ໃດສິ່ງໜຶ່ງ)
Ø  ເປັນ adjective: + (N)
Each boy. Receives are wood (ເດັກຊາຍແຕ່ລະຄົນໄດ້ຮັບລາງວັນ)
Either car is very expensive. ລົດແຕ່ລະຄັນມີລາຄາແພງ
Ø  ເປັນ Pronoun: (N)
Each of man has much money: ຜູ້ຊາຍແຕ່ລະຄົນມີເງີນຫຼາຍ
Either of girl is beautiful: ເດັກຍິງແຕ່ລະຄົນງາມທັງໝົດ
Exercises
I.             Please chose the best answer for each of the following sentences:
1.    Seeing ……………………………on television is exciting
A.   His     B. one      C. oneself
2.    If I were ……………………………I wouldnt do like this
A.   Him       B. his         C. he
3.    It is …………………………..who can take this sword out of thestone
A.   I         B. myself      C. mine
4.    Whos that? Its………….
A.   Mine       B. me         C. I
5.    Your hand writing is bad and so is
A.   You          B. your brothers     C. you brother
6.    A friend of …………. Could pass the entrance examination.
A.   She            B. her          C. hers
7.    Your pen is red …………is back
A.   Who       B. mine        C. me
8.    He is postman ………….. brings letter for us at home.
A.   Who         B. whom      C. whose
9.    The farmhouse stands …………in the fields
A.   Itself         B. by itself       C. its
10. The buffalo ……………….. you want to by is mine.
A.   Of which          B. who         C. which

Good luck you all

Text Box: 3: Verb ( ຄຳກຳມະ )
 



ไม่มีความคิดเห็น:

แสดงความคิดเห็น