ສາສະໜາ ຂົງຈື້

ສາສະນາຂົງຈື້

     I.        ຄວາມເປັນມາຂອງສາສະນາຂົງຈື້

ຂົງຈື້ ກຳເນີດໃນປີທີ 551 ກ່ອນ ຄສ. ບິດາຂອງທ່ານຊື່ວ່າ: ຊູລ່ຽງເຫີ ທີ່ເຄີຍເປັນນັກຮົບ, ເປັນຂ້າລາດສະການ ທີ່ໜີໄພສົງຄາມມາຈາກນະຄອນລັດຊົງ ແລະມານດາຊື່ວ່າ: ຊິງໄສ້ ໃນນະຄອນລັດລູ່ຶໃນສະໄໝຂອງລູ່ຕິງກົງ ເປັນເຈົ້າປົກຄອງນະຄອນ ຊຶ່ງປັດຈຸບັນນີ້ແມ່ນ ມົນທົນຊ່ານຕົງ. ຄອບຄົວຂົງຈື້ມີສະມາຊິກທັງໝົດ 9ຄົນ ຂົງຈື້ເປັນລູກຜູ້ສຸດທ້າຍ ຂອງຄອບຄົວ (ອ່າງຈາປື້ມ: ຍອດຄຸນນະທຳຂອງ ຂົງຈື້ ໂດຍ:ອຸດົມພົນ ອົມລະທຳ) ບິດາຂອງຂົ່ງຈື້ເຖິງແກ່ກຳ ເມື່ອລາວອາຍຸໄດ້ພຽງ 3 ປີ ຫຼັງຈາກນັ້ນຄອບຄົວກໍ່ເລີ່ມທຸກຈົນ ຂົງຈື້ ຈຶ່ງໄດ້ເຮັດວຽກງານຕັ້ງແຕ່ອາຍຸຍັງນ້ອຍໆ ເພື່ອຊ່ວຍຄອບຄົວມີແຕ່ບິດາ ທີ່ຄອຍຊີ້ທາງໃຫ້ຄອບຄົວ, ແຕ່ເຖິງແນວນັ້ນກໍຕາມມານດາກໍຍັງສົ່ງເສີມໃຫ້ຂົງຈື້ ຕ້ອງເອົາໃຈໃສ່ໃນດ້ານການສຶກສາຮ່ຳຮຽນ ແລະ ນັ້ນເອງທີ່ເປັນການບົ່ມເພາະນິໄສ ທີ່ເຮັດໃຫ້ຂົງຈື້ກາຍເປັນຄົນທີ່ມີຄວາມອົດທົນເອົາໃຈໃສ່ໃນການສຶກສາຮ່ຳຮຽນ-ຄົ້ນຄ້ວາ ເຊິງເຮັດໃຫ້ລາວກາຍເປັນເດັກທີ່ມີຄວາມສະຫຼາດ, ສຸຂຸມ, ຮຽບຮ້ອຍ ແລະມີຄວາມເຂົ້າໃຈ ຕໍ່ກັບໂລກໄວກ່ວາໄວອາຍຸຂອງລາວເອງ ຊຶ່ງສະແດງອອກໃນການ ທີ່ຂົງຈື້ມັກຈະເລືອກຫຼີ້ນກ່ຽວກັບແບບແຜນພິທີການຕ່າງໆກ່ຽວກັບ ເລື່ອງທາງຈາຮີດ ປະເພນີ, ພິທີກຳ, ການເສັ້ນໄຫວ້ບູຊາຕ່າງໆ ໃນຍົກນັ້ນ ແລະຂົງຈື້ກໍມີຄວາມສຸກກັບການ ກະກຽມ, ການຈັດແຈງ ເຄື່ອງຕ່າງໆຢູ່ເທິງໂຕະເສັ້ນໄຫວ້ - ບູຊາ...
          ເມື່ອອາຍຸ 21 ປີ ຂົງຈື້ໄດ້ແຕ່ງງານກັບຍິງສາວຊື່ວ່າ: ຊີກວານ ແຕ່ງງານກັນໄດ້ໜຶ່ງປີກ່ວາ  ພັນລະຍາຂົງຈື້ ກໍໄດ້ກຳເນີດລູກສາວຄົນທຳອິກໃສ່ຊື່ວ່າ:  ຂົງຈ້ຽວ ແລະກໍໄດ້ກຳເນີດລູກຊາຍ ໃນພາຍຫຼັງຊື່ວ່າ: ຂົງລີ້. ເມື່ອຂົງຈື້ອາຍຸ 24 ປີ (ປີ 528 ກ່ອນຄສ)ມານດາຂອງຂົງຈື້ໄດ້ເຖິງແກ່ກໍາ ແລະນັ້ນເອງທີ່ເຮັດໃຫ້ຂົງຈື້ປະສົບຢູ່ກັບຄວາມທຸກຈົນນານເຖິງ 3 ປີ, ຂົ່ງຈື້ເຄີຍໄດ້ເຂົ້າຮັບລາຊະການ ແຕ່ອາຍຸຍັງນຸ່ມ, ລາວພະຍາຍາມນຳເອົາແນວຄວາມຄິດຂອງຕົນສະເໜີ ໃຫ້ກັບຈັກກະພັດ ຜູ້ປົກຄອງນະຄອນລັດ ເພື່ອເປັນວິທີທາງໃນການປົກຄອງນະຄອນລັດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະສະຫງົບສຸກ, ແຕ່ຂົງຈື້ຕ້ອງປະສົບຄວາມລົ້ມເຫຼວແລະລາອອກຈາກການເປັນຂ້າລາຊະການ ຂົງຈື້ຫັນມາຕັ້ງໃຈສຶກສາຄົ້ນຄ້ວາ ແລະອົບຮົມສັ່ງສອນປະຊົນ ພ້ອມກັບຜູ້ທີ່ຕ້ອງການສຶກສາຮຽນຮູ້, ວັນເວລາຜ່ານໄປ ຂົງຈື້ກໍໄດ້ເຂົ້າຮັບລາຊະການອີກຄັ້ງ ເຊິ່ງຖຶກແຕ່ງຕັ້ງເປັນເຈົ້າເມືອງແຫ່ງຈົງຕູ່. ຂົງຈື້ເປັນເຈົ້າເມືອງໄດ້ພຽງແຕ່ປີດຽວ ກໍສາມາດພັດທະນາເມືອງຈົງຕູ່ໃນຫຼາຍໆດ້ານ ເປັນຕົ້ນເສດຖະກິດມີການຂະຫຍາຍຕົວຂື້ນ, ແບບແຜນວິຖີທາງວັດທະນະທຳ - ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະຍຸດຕິທຳ, ບ້ານເມືອງປາສະຈາກໂຈນຜູ້ຮ້າຍລັກຂະໂມຍ ອັນເຮັດໃຫ້ຊື່ສຽງຂອງຂົງຈື້ດັງໄປເຖິງອົງຈັກກະພັດຂອງນະຄອນລັດລູ່ ຂົງຈື້ຕັ້ງຄຳຂວັນໃຫ້ກັບການບໍລິຫານບ້ານເມືອງເອົາໄວ້ວ່າ: ໜຶ່ງປີມີຄວາມສຳເລັດຜົນ ສາມປີຕ້ອງດີຍິ່ງຂື້ນກ່ວາເກົ່າ ແລະລຸເປົ້າໝາຍທີ່ວາງເອົາໄວ້ ຄວາມສາມາດຂົງຈື້ເຮັດໃຫ້ອົງຈັກກະພັດ ລູ່ຕິງກົງຊື່ນຊົມຍິນດີ ແລະຍົກຍ້ອງ, ຈາກນັ້ນບໍ່ດົນເທົ່າໃດກໍຖືກແຕ່ງຕັ້ງໃຫ້ເປັນເສນາບໍດີຍຸດຕີທຳຂອງນະຄອນລັດລູ່.
          ໃນສະໄໝຂອງຂົງຈື້ ນະຄອນລັດຕ່າງໆເກີດມີຄວາມສັບສົນວຸ້ນວາຍ ແລະໄຮລະບຽບໃນສັງຄົມ, ໃນນະຄອນລັດລູ່ເອງກໍມີ 3 ຕະກູນໃຫຍ່ທີ່ມີອິດທິພົນຫຼາຍໃນການບໍລິຫານລາຊະການຂອງນະຄອນລັດຄື: ຕະກູນຈີຊຸນ, ຕະກູນເມິ້ງຊຸນ ແລະຕະກູນຊູຊຸນ ສາມຕະກູນນີ້ເປັນທີ່ໜ້າເກງຂາມ ແລະຢ້ານກວາຂອງບັນດາຂ້າລາຊະການ ໃນການບໍລິຫານວຽກງານລາຊະການເຖິງແນວນັ້ນກໍຕາມຂົງຈື້ກໍສາມາດນຳເອົາແນວຄວາມຄິດຂອງຕົນເຂົ້າໄປບໍລິຫານຂ້າລາຊະການ ເພື່ອພັດທະນາເສດຖະກິດສັງຄົມ ແລະການປົກຄອງລັດໄດ້ເປັນຢ່າງດີ ຄືສະແດງອອກໃນການເດີນທາງໄປສ້າງສາຍສຳພັນກັບນະຄອນລັດຊີ ຊື່ງວ່າຂົງຈື້ສາມາດເຈລະຈາເອົາດິນແດນຫຼາຍແຫ່ງຂອງນະຄອນລັດລູ່ທີ່ຖືກນະຄອນລັດຊີຍຶດເອົາເມື່ອຫຼາຍປີກ່ອນຄືນມາ ໂດຍບໍ່ໄດ້ໃຊ້ກຳລັງທະຫານ ເຮັດໃຫ້ຈັກກະພັດລູ່ຕິງກົງພໍໃຈຂົງຈື້ຫຍິ່ງຂື້ນເປັນພິເສດ, ຈາກຜົນງານດັ່ງກ່າວ ແລະຄວາມສາມາດໃນຫຼາຍໆດ້ານຂອງຂົງຈື້ ເຮັດໃຫ້ຈັກກະພັດລູ່ຕິງກົງ ເລື່ອນຕຳແໜງຂົງຈື້ຈາກຕຳແໜງຍຸດຕິທຳມາເປັນເສນາບໍດີມະຫາດໄທ ໃນປີ 498 ກ່ອນ ຄສ.
          ສິ່ງເຫຼົ່ານັ້ນ ເຮັດໃຫ້ຂຸນນາງພາຍໃນລາຊະສຳນັກ ບໍ່ພໍໃຈໃນຕົວຂົງຈື້ ຈຶ່ງໄດ້ພະຍາຍາມປອງຮ້າຍ ແລະທຳລາຍກຽດສັກສີແລະຊື່ສຽງຂອງຂົງຈື້ ໃນທີ່ສຸດຂົງຈື້ກໍຢູ່ໃນຕໍາແໜ່ງໜ້າທີ່ການງານບໍ່ໄດ້ດົນເທົ່າໃດ ຄວາມສັບສົນວຸ້ນວາຍແລະຄວາມຂາດຄຸນນະທຳຂອງຂຸນນາງພາຍໃນລາຊະສຳນັກ ປີທີ497 ກ່ອນ ຄສ, ຂົງຈື້ຈຶ່ງໄດ້ເດີນທາງອອກຈາກນະຄອນລັດລູ່ ພ້ອມດ້ວຍລູກສິດທັງຫຼັງທີ່ຕິດຕາມຂົງຈື້ໄປດ້ວຍ, ຂົງຈື້ທ່ອງທ່ຽວພະເນຈອນໄປຕາມນະຄອນລັດຕ່າງໆ ເພື່ອເປັນການຄົ້ນຫາສັດຈະທຳ ແລະເຜີຍແຜ່ຄຳສອນຂອງຕົນເຂົ້າສູ່ສັງຄົມມະນຸດ.
          ຂົງຈື້ໃຊເວລາ 14ປີ ໃນການເດີນທາງເຜີຍແຜ່ຄໍາສອນຂອງຕົນໄປຕາມນະຄອນລັດຕ່າງໆ: ລັດເວີຍ, ລັດຈ້າວ, ລັດຊົງ...ແລະລັດອື່ນໆ. ຄໍາສອນຂອງຂົງຈື້ໄດ້ຮັບການເຄົາລົບເຊື່ອຖືຈາກປະຊາຊົນພ້ອມເສນາບໍດີຈາກຫຼາຍໆນະຄອນລັດ ທີ່ໄດ້ສະໝັກເຂົ້າເປັນລູກສິດຂອງຂົງຈື້
          ປີ 484 ກ່ອນ ຄສ ຂົງຈື້ມີອາຍຸໄດ້ 69ປີ ຂົງຈື້ມີຮ່າງກາຍທີ່ຊຸດໂຊມລົງ ຂົງຈື້ໄດ້ຕັດສິນໃຈກັບສູ່ບ້ານເກີດຂອງຕົນ ຕາມຄຳເຊີນຂອງອົງຈັກກະພັດຄົນໃຫມ່ ມາຮອດປີ479 ກ່ອນ ຄສ ຂົງຈື້ໄດ້ເຖິງແກ່ກຳ ລວມອາຍຸໄດ້ 74ປີ ຂົງຈື້ໄດ້ຊື່ວ່າເປັນບຸກຄົນຜູ້ທຳອິດທີ່ບຸກເບີກເສັ້ນທາງແຫ່ງການສຶກສາ ໃນຈີນໃນສະໄໝນັ້ນ

    II.        ມູນເຫດຂອງສາສະນາຂົງຈື້

ຂົງຈື້ຍຸກສະໄໝດຽວກັນກັບ ການດຳເນີນນັກປາດໃຫຍ່ເລົ່າຈື້ (ບິດາແຫ່ງລັດທິເຕົ໋າ) ຄື: ຍຸກຂຸນຊິວ ກໍ່ໄດ້ກຳເນີດບຸກຄົນສຳຄັນອີກຫຼາຍຄົນ ໜຶ່ງໃນນັ້ນທີ່ສັ່ງຄົມໂລກໃຫ້ການຍອມຮັບຫຼາຍທີ່ສຸດວ່າ: ເປັນນັກປາດ ເຊັນດຽວກັນເທິງແຜ່ນດິນໃຫຍ່ທີ່ປັດຈຸບັນເອີ້ນວ່າປະເທດຈີນຄົນຜູ້ນັ້ນມີຊື່ວ່າ ຂົງຈື້ ຄຳສອນຂອງຂົງຈື້ຈະມີຄວາມແຕກຕ່າງໄປຈາກຄຳສອນຂອງລັດທິເຕົ໋າຂອງນັກປາດເລົ່າຈື້ ຄືເປັນຄໍາສອນກ່ຽວກັບວິຖີແຫ່ງການ ດຳລົງຊີວິດທີ່ຖືກຕ້ອງ ແລະກ້າວໄປສູ່ຄວາມສຸກໃນຊີວິດ ເຊັ່ນ: ຄໍາສອນກ່ຽວກັບຈາຮີດ-ປະເພນີ, ຈະລິຍະທຳ, ຄຸນນະທຳ, ການສຶກສາ, ດົນຕຣີ... ເປັນຄໍາສອນທີ່ຊີ້ທາງໃນການວາງຕົວຢູ່ໃນສັງຄົມ ໃຫ້ມີຄວາມເໝາະສົມ, ຫຼີກດຽງຈາກບັນຫາ ແລະມີຫົນທາງແກ້ໄຂບັນຫາຢ່າງຖືກຕ້ອງ,ມີຈຸດປະສົງເປົ້າໝາຍຢູ່ທີ່ການເຮັດໃຫ້ຄົນຢູ່ໃນສັງຄົມ ແລະສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຍຸດຕິທຳມີຄວາມສະຫງົບ ແລະມີຄວາມຢູ່ເຢັນເປັນສຸກ. ຄໍາສອນຂອງຂົ່ງຈື້ ມີອິດທິພົນຕໍ່ວິຖີແຫ່ງການດຳລົງຊີວິດ ຂອງຜູ້ຄົນສະໃໝນັ້ນຈົນມາເຖິງປະຈຸບັນນີ້ໂດຍສະເພາະ ແມ່ນຊາວຈີນຢ່າງຫຼາຍຈົນນັບຖືກັນຈົນກາຍເປັນສາສະນາໜຶ່ງຂອງຊາວຈີນ ທີ່ເອີ້ນວ່າ: ສາສະນາຂົງຈື້

   III.        ສາດສະດາ

ສາສະໜາຂົງຈື້ມີຜູ້ກໍ່ກຳເນີດໃນຖານະເປັນສາດສະດາ ນັ້ນກໍ່ຄື ຂົງຈື້ ຄຳວ່າຂົງ ເປັນຊື່ສະກຸນຄື ຕະກຸນຂົງ ສ່ວນຄຳວ່າຈື້ ແປວ່າ ຄຣູ ອາຈານ ຫຼື ນັກປາດ ເມື່ອລວມກັນເຂົ້າກໍຈະໄດ້ຄວາມໝາຍວ່າ ນັກປາດຂອງຕະກຸນຂົງ.

  IV.        ຄຳສອນສຳຄັນທາງສາສະນາ

ຄຳສອນສຳຄັນຂອງຂົງຈື້ ປະກອບດ້ວຍຫຼັກຄຳສອນທີ່ເປັນຫຼັກຈະລິຍະທຳ ກ່າວຄືຫຼັກແຫ່ງການປະພຶດ 2ປະການ

1.    ຫຼັກຈະລິຍະທຳຂອງປັດເຈກະບຸກຄົນ

ຫຼັກຈະລິຍະທຳຂອງປັດເຈກະບຸກຄົນ ໄດ້ແກ່ຫຼັກຈະຣິຍະທຳຂັ້ນພື້ນຖານທີ່ມະນຸດແຕ່ລະບຸກຄົນຄວນປະຕິບັດໃນຖານະທີ່ເປັນມະນຸດທີ່ດີ ເພາະຈະພາໃຫ້ບຸກຄົນຜູ້ມີຈະຣິຍະທຳ ແລະຄຸນນະທໍາຕ່າງໆ ທີ່ຂົງຈື້ເອີ້ນວ່າເປັນຜູ້ດີ ຊື່ງບໍ່ໄດ້ໝາຍເຖີງບຸກຄົນທີ່ມີຖານະສູງສົ່ງ ແຕ່ໝາຍເຖີງບຸກຄົນທີ່ເປັນຄົນດີນັ້ນເອງ ຈະຣິຍະທຳ ທີ່ຈະເຮັດໃຫ້ບຸກຄົນເປັນຜູ້ດີຫຼືຄົນດີນັ້ນມີ 5 ປະການ
1.    ຄວາມຊອບທຳ
ຄວາມຊອບທຳໝາຍເຖີງ ສິ່ງທີ່ຄວນຈະເປັນ ຫຼືຄວາມເໝາະສົມຖືກຕ້ອງຂອງເຫດການ ຄົນໃນສັງຄົມຕ່າງກໍມີໜ້າທີ່ໆເໝາະສົມແກ່ຕົນໃນການປະຕິບັດ ການຮູ້ວ່າຕົນເອງຄວນຈະທໍາສິ່ງໃດ ແລະການກະທຳ ໃນສິ່ງທີ່ຄົນເອງຄວນຈະກະທຳນັ້ນກໍຄືຄວາມຊອບທຳ ຖ້າບຸກຄົນເຮັດສິ່ງໃດສີ່ງໜຶ່ງໂດຍຄຳນຶງເຖີງຜົນປະໂຫຍດຕົນເປັນຫຼັກ ເຊີງວ່າການກະທຳນັ້ນຈະອອກມາຖືກຕ້ອງກໍຕາມບໍ່ໄດ້ເອີ້ນວ່າ ແຕ່ການກະທຳນັ້ນກໍບໍໄດ້ຈັດວ່າເປັນຄວາມຊອບທຳ ບຸກຄົນທີ່ເປັນສຸພາບຊົນຫຼືຜູ້ມີປັນຍາຈະປະຕິບັດຕາມໜ້າທີ່ຂອງຕົນຕາມຫຼັກແຫ່ງຄວາມຊອບທຳນີ້ ໃນຂະນະບຸກຄົນຜູ້ດ້ອຍປັນຍາຈະກະທໍາທຸກສິ່ງເພື່ອຫວັງຜົນກຳໄລ
2.    ມະນຸດຍະທຳ
ມະນຸດຍະທຳໝາຍເຖີງ ການມີຄວາມຮັກໃນຜູ້ອື່ນ ຖືວ່າເປັນໜ້າທີ່ສໍາຄັນທີ່ທຸກຄົນຕ້ອງກະທໍາຮ່ວມກັນ ຈື່ງຈະສາມາດປະຕິບັດພາລະໜ້າຂອງຕົນໃນສັງຄົມໄດ້ຢ່າງຖືກຕ້ອງ ຕາມຫຼັກຂອງປັດຊະຍາຂົງຈື້ ຄວາມຊອບ ທຳຈະເກີດຂື້ນໄດ້ກໍຕໍ່ເມື່ອບຸກຄົນນັ້ນມີມະນຸດຍະທຳ ເຊີ່ງໝາຍເຖີງການຂະຫຍາຍຂອບເຂດຂອງການປະຕິບັດໃຫ້ຄວບຄຸມໄປເຖີງບຸກຄົນອື່ນ
3.    ຄວາມຮູ້ສຶກຜິດຊອບ
ຄວາມຮູ້ສຶກຜິດຊອບ ເປັນການປະຕິບັດໃນແງ່ບວກທີ່ມຸ່ງໄປສູ່ການເປັນມະນຸດຍະທຳ ແລະຄວາມຊອບທຳ ໂດຍມີຫຼັກສຳຄັນຢູ່ວ່າ ຈົ່ງປະຕິບັດຕໍ່ບຸກຄົນອື່ນໃຫ້ຄືກັບທີ່ທ່ານຕ້ອງການໃຫ້ຜູ້ອື່ນປະຕິບັດຕໍ່ທ່ານ
4.    ຄວາມເຫັນແກ່ຜູ້ອື່ນ
ຄວາມເຫັນແກ່ຜູ້ອື່ນ ເປັນການປະຕິບັດໃນແງ່ລົບທີ່ມຸ່ງໄປສູ່ມະນຸດຍະທະແລະຄວາມຊອບທຳ ໂດຍມີຫຼັກ ສຳຄັນຢູ່ວ່າ ຢ່າໄດ້ປະຕິບັດຕໍ່ບຸກຄົນອື່ນໃນສິ່ງທີ່ທ່ານບໍ່ຕ້ອງການໃຫ້ບຸກຄົນອື່ນປະຕິບັດຕໍ່ທ່ານ ກ່າວອີກຢ່າງໜຶ່ງຄື ການຮູ້ຈັກການເອົາໃຈເຂົາມາໃສ່ໃຈເຮົາ ເຮົາຮັກຄວາມສຸກ,ມີກຽດ,ມີທຸກແບບໃດ ຄົນອື່ນກໍເປັນແບບດຽວກັນກັບເຮົາ ເມື່ອເຂົ້າໃຈແບບນີ້ກໍຈະໄດ້ບໍປະຕິບັດກັບຄົນອື່ນໂດຍສິ່ງທີ່ຕົນເອງບໍ່ປາດຖະໜາກັບບຸກຄົນອື່ນ.
          ດັງນັ້ນຄວາມຮູ້ສຶກຜິດຊອບ ແລະຄວາມເຫັນແກ່ຜູ້ອື່ນຈຶ່ງເປັນຫົນທາງທີ່ຈະນຳເຮົາໄປສູ່ຄວາມຮັກໃນບຸກຄົນອື່ນ ອັນຈະກໍ່ໃຫ້ເກີດຄວາມຊອບທຳຂື້ນມາ
5.    ບັນຍັດແຫ່ງສະຫວັນ
ຂົງຈື້ໄດ້ສະແດງຫຼັກການທຳໜ້າທີ່ເພື່ອໜ້າທີ່ ໂດຍບຸກຄົນຈະຕ້ອງທຳໃນສິ່ງທີ່ຕົນຄວນກະທຳຢ່າງເຕັມ ຄວາມສາມາດໂດຍບໍຕ້ອງວິຕົກັງວົນຕໍ່ຜົນທີ່ຈະໄດ້ຮັບຈາກການກະທຳນັ້ນ ຕ້ອງທໍາງານເພາະເຫັນວ່າເປັນສິ່ງທີ່ຖືກຕ້ອງດີງາມທີ່ຄວນຈະທຳ ເຮັດເພາະເຫັນວ່າເປັນໜ້າທີ່ອັນແທ້ຈິງຂອງຕົນ ແລະເຮັດເພາະເຫັນວ່າງານນັ້ນເປັນງານທີ່ມີຄ່າໃນຕົວມັນເອງ ແລະບໍ່ວ່າຜົນງານຈະອອກມາໃນຮູບໃດກໍ່ຕາມບໍ່ຄວນຍຶດຕິດກັບຜົນງານນັ້ນ.

2.    ຫຼັກຈະຣິຍະທັມທາງສັງຄົມ

ຕາມທັດສະນະຂົງຈື້ ສັງຄົມມະນຸດທີ່ດີທີ່ສຸດກໍຄືສັງຄົມທີ່ມີຄວາມຊອບທຳ ເພາະສັງຄົມປະກອບດ້ວຍຫຼານໆຄອບຄົວ ດັ່ງນັ້ນຄອບຄົວຈຶ່ງເປັນພື້ນຖານຂອງສັງຄົມ ຫາກສາມາດຈັດລະບົບຄອບຄົວໃຫ້ໝັ້ນຄົງ ມີຄວາມສຸກແລະມີຄວາມຊອບທຳໄດ້ແລ້ວ ສັງຄົມໂດຍລວມກໍຈະເປັນປຶກແຜ່ນ ໝັ້ນຄົງ ມີຄວາມສຸກແລະຄວາມຊອບ ທຳໄປດ້ວຍ ດັ່ງນັ້ນຄອບຄົວຈຶ່ງເປັນສະຖາບັນທີ່ສຳຄັນທີ່ສຸດ ຂົງຈື້ຈຶ່ງສະ  ເໜິໃຫ້ໃຊ້ຫຼັກຄວາມຮັກກັບບຸກຄົນອື່ນ ມາໃຊ້ໃນຄອບຄົວ ຊຶ່ງໄດ້ແກ່ການປະຕິບັດຕາມຫຼັກຄວາມຮູ້ສຶກຜິດຊອບ ແລະຄວາມເຫັນແກ່ຜູ້ອື່ນ ນັ້ນເອງ
1.    ຫຼັກຄວາມສຳພັນທັງ5
2.    ຄວາມສຳພັນລະຫວ່າງພໍ່ແມ່ກັບລູກ ຕ້ອງປະກອບດ້ວຍຄວາມເມດຕາ ແລະຄວາມກະຕັນຍູກະຕະເວທີ ໂດຍພໍ່ແມ່ຈະມີເມດຕາຕໍ່ລູກ ສ່ວນລູກກໍ່ຕ້ອງມີຄວາມກະຕັນຍູກະຕະເວທີຕໍ່ພໍ່ແມ່.
3.    ຄວາມສຳພັນລະຫວ່າງຍາດພີ່ນ້ອງຫຼືຜູ້ນ້ອຍແລະຜູ້ໃຫຍ່ ຕ້ອງປະກອບດ້ວຍຄວາມສາມັກຄີ ແລະຄວາມເຄົາລົບ ໂດຍຍາດພີ່ນ້ອງຕ້ອງຮັກໃຄ່ສາມັກຄີປອງດອງກັນ ຜູ້ມີອາຍຸນ້ອຍກ່ວາຄວນໃຫ້ຄວາມເກງອົກເກງໃຈຕໍ່ຜູ້ອາວຸໂສກ່ວາ ສ່ວນຜູ້ທີ່ແກ່ກ່ວາຄວນໃຫ້ກຽດຜູ້ທີ່ອາຍຸນ້ອຍກ່ວາ
4.    ຄວາມສຳພັນລະວ່າງສາມີກັບພັນລະຍາ ສາມີຕ້ອງປະກອບດ້ວຍຄວາມຮັກ ຄວາມຊື່ສັດຄວາມຮັບຜິດຊອບໃນໜ້າທີ່ຂອງຕົນ ໂດຍສາມີແລະພັນລະຍາຈະມີຄວາມຮັກແລະຄວາມຊື່ຕົງຕໍ່ກັນ ພ້ອມປະຕິບັດໜ້າທີ່ໃນຖານະທີ່ເປັນສາມີຫຼືພັນລະຍາຢ່າງຖືກຕ້ອງ
5.    ຄວາມສຳພັນລະຫວ່າງມິດສະຫາຍ ຕ້ອງປະກອບດ້ວຍຄວາມຈິງໃຈ ໂດຍມິສະຫາຍຄວນມີຄວາມຮັກແລະຄວາມປາຖະນາດີຢ່າງຈິງໃຈຕໍ່ເພື່ອນ ຕ່າງເພື່ອຕ້ອງທຳຕົວໃຫ້ເປັນທີ່ໜ້າເຊື່ອຖືແລະວາງໃຈຂອງອີກຝ່າຍ
6.    ຄວາມສຳພັນລະຫວ່າງຜູ້ປົກຄອງກັບຜ້ຢູ່ໄຕ້ການປົກຄອງ ຕ້ອງປະກອບດ້ວຍຄວາມເມດຕາ ຄວາມສຸຈະຣິດ ແລະຄວາມຈົ່ງຮັກພັກດີ ໂດຍຜູ້ປົກຄອງຄວນປະຕິບັດຕໍ່ຜູ້ຢູ່ງໄຕ້ປົກຄອງ ດດ້ວຍຄວາມເມດຕາແລະຄວາມຊື່ສັດສຸຈະຣິດ ສ່ວນຜູ້ຢູ່ໄຕ້ການປົກຄອງກໍ່ຄວນມີຄວາມຮັກພັກດີຕໍ່ຜູ້ປົກຄອງ
2.    ການແກ້ໄຂຊື່່ແລະຕຳແໜ່ງ
ການແກ້ຢຂຊື່ແລະຕຳແໜ່ງ ຄື່ ຫຼັກແຫ່ງຄວາມຮັບຜິດຊອບຂອງບຸກຄົນຕາມໜ້າທີ່ຕ່າງໆ ເພື່ອທີຈະໃຫ້ສັງຄົມມີລະບຽບແບບແຜນທີ່ດີງາມ ສິ່ງທຳອິດທີ່ຄວນຈະເຮັດກໍ່ຄືການແກ້ໄຂຊື່ຂອງຕຳແໜ່ງແລະໜ້າທີ່ຕ່າງໆ ໃຫ້ຖືກຕ້ອງຊັດເຈນເພື່ອເມື່ອບຸກຄົນທັງຫຼາຍຈະໄດ້ຮູ້ຈັກຂອບເຂດຂອງງານໃນໜ້າທີ່ແລະຄວາມຮັບຜິດຊອບຂອງຕົວເອງ ໂດຍອະທິບາຍວ່າ ເມື່ອຊື່ບໍ່ຖືກຕ້ອງແລ້ວ ຄວາມໝາຍຂອງຊື່ກໍ່ບໍ່ຖືກຕ້ອງດ້ວຍ ແລະເມື່ອຄວາມໝາຍຂອງຊື່ບໍ່ຖືກຕ້ອງແລ້ວຂອບເຂດຂອງໜ້າທີ່ແລະຄວາມຮັບຜິດຊອບກໍຈະບໍ່ຖືກຕ້ອງໄປດ້ວຍແລະເມື່ອຄົນບໍ່ຮູ້ຈັກຂອບເຂດຂອງໜ້າທີ່ແລະຄວາມຮັບຜິດຊອບທີ່ແທ້ຈິງຂອງຕົນແລ້ວສັງຄົມຈະມີລະບຽບ ຄວາມສະຫງົບສຸກ ແລະຄວາມຊອບທຳໄດ້ແບບໃດ

    V.        ພິທີກຳສາສະນາ

ຂົງຈື້ໄດ້ຂຽນປະເພນີໂບຮານໄວ້ຢ່າງຫຼວງຫຼາຍ ລວມທັງປະເພນີບູຊາຝ້າດິນ ແລະບູຊາບັນພະບູລຸດ ສາສະນາຂົງຈື້ຈຶ່ງຮັບເອົາປະເພນີທັງ3 ຊຶ່ງມີມາແຕ່ກ່ອນຫຼາຍພັນປີເຂົາເປັນຫຼັກການໃຫຍ່ ທີ່ສືບທອດມາແຕ່ໂບຮານ ຂົງຈື້ໄດ້ລວບລວມຮຽບຮຽງໄວ້ ແລະເມື່ອຂົງຈື້ຊຶ່ງເປັນສາດສະດາໄດ້ສິ້ນໄປແລ້ວ ສາສະນາຂົງຈື້ກໍຢູ່ໃນສາສະນາຂອງລັດ ພິທີ່ກຳໃນການບູຊາຈຶ່ງແບ່ງອອກເປັນ6ຢ່າງ
1.    ພິທີບູຊາຂົງຈື້
ພິທີກຳນີ້ເລີ່ມຕົ້ນເມື່ອປີ 159 ກ່ອນ ຄສ ກຳນົດໃຫ້ວັນເກີດຂອງຂົງຈື້ ຄືວັນທີ27ສິງຫາ ເປັນວັນຫຍຸດຣາດຊະການປະຈຳປີຂອງຂົງຈື້ແລະຕໍ່ມາໄດ້ປ່ຽນເປັນວັນທີ 28 ກັນຍາ
2.    ພິທີບູຊາຝ້າ
ພິທີກຳນີ້ ພຣະເຈົ້າຈັກກະພັດຈີນເປັນປະທານໃນພິທີ ຖືວ່າເປັນພິທີກຳທາງສາສະນາ ທີ່ເຮັດຕໍ່ກັນນານທີ່ສຸດໃນໂລກ
3.    ພິທີກຳບູຊາດິນ
ພິທີກຳນີ້ເປັນການບູຊາທຳມະຊາດ ຫຼືເທບປະຈຳຊາດອີກຢ່າງໜຶ່ງທີ່ມີຄວາມສຳພັນໃນການບູ່ຊາຝ້າ ແຕ່ມີຄວາສຳຄັນນ້ອຍກ່ວາ ຜູ້ປະກອບພີທີຈຶ່ງເປັນພຽງຂຸນນາງ ຫຼືຂາລາດຊະການ ເຮັດປະຈຳທຸກປີໃນວັນທີ 21ຫຼື22 ມິຖຸນາ
4.    ພິທີບູຊາພຣະອາທິດ
ພິທີກຳນີ້ເຮັດຂື້ນປະຈຳປີ ທີ່ບູຊາທາງປະຕູດ້ານຕາເວັນອອກ ຂອງກຸງປັກກິ່ງປະມານວັນທີ21ມີນາ
5.    ພິທີບູຊາພຣະຈັນ
ພິທີກຳນີ້ເຮັດປະຈຳປີ ທີ່ບູຊາດ້ານຕາເວັນຕົກຂອງປັກກິ່ງ ປະມານວັນທີ22ຫຼື23ກັນຍາ
6.    ພິທີບູຊາວິນຍານຂອງບັນພຣະບູລຸດ
ພິທີກຳນີ້ເປັນການລະລຶກເຖິງວິນຍານຂອງບັນພະບູລຸດທີ່ຕາຍໄປແລ້ວ ສະແດງເຖີງຄວາມກະຕັນຍູທີ່ມີຕໍ່ຜູ້ມີພຣະຄຸນ.
ພິທີກຳບູຊາຝ້າດິນພຣະອາທິດແລະພຣະຈັນ ເຮັດໃນ4ລະດູການ ວັນເວລາແມ່ນບໍ່ໄດ້ຕົງຄືກັນ ແລະສະຖານທີ່4ທິດຂອງປັນກິ່ງ ປະເພນີ້ແລະພິທີກໍາເຊັ່ນນີ້ ໄດ້ຖືປະຕິບັດກັນມາໄດ້ຫຼາຍພັນປີມາແລ້ວ ບໍ່ແມ່ນກໍາລັງປະຕິບັດໃນສະໄຫມຂົງຈື້ ແຕ່ຂົງຈື້ເຫັນວ່າ ປະເພນີນີ້ມີປະໂຫຍດມີຄຸນຄ່າຕໍ່ຈິດໃຈພຽງແຕ່ປະຕິບັດສືບຕໍ່ກັນມາ ພຽງແຕ່ບໍ່ໄດ້ຈົດຈາລຶກໄວ້ເປັນເລື່ອງລາວ ເມື່ອງຂົງຈື້ຂຽນຕຳລາ ຈິຶງໄດ້ລວມປະເພນີພິທີກຳເລົ່ານີ້ເຂົ້າມາໄວ້ດ້ວຍ ເມື່ອເວລາຜ່ານໄປປະເພນີເຫຼົ່ານີ້ຈຶ່ງກາຍເປັນພິທຳຕ່າງໆທາງສາສະນາຂົງຈື້.

ອາດຈະກ່າວໄດ້ວ່າ ພິທີກຳຂອງສາສະນາຂົງຈື້ມີ6ພິທີ ແຕ່ພິທີກຳທັງໝົດນັ້ນມີພຽງ5ພິທີກຳເທົ້ານັ້ນທີເປັນລັດພິທີ ແຕ່ເມື່ອການປ່ຽນແປງການປົກຄອງເປັນສາທາລະນະລັດປະຊາທິປະໄຕປາຊາຊົນຈີນ ພິທີທີ່ເຄີຍບູຊາຕ່າງໆ ທີ່ເຄີຍເປັນລັດທິພິກໍຖືກຍົກເລີກໄປເຫຼືອແຕ່ພຽງການບູຊາວິນຍານບັນພຣະບູລຸດທີ່ຊາວຈີນຍັງປະຕິບັດກັນຢູ່ ແຕ່ກໍບໍ່ໄດ້ເປັນລັດທິພິທີຄືເກົ່າເດີມ

ไม่มีความคิดเห็น:

แสดงความคิดเห็น