ພິທຳກຳທາງພຸດທະສາສະໜາ


ພິທີກຳທາງສາສະໜາພຸດ
ພິທີກຳ ຫຼື ທີ່ເອີ້ນອີກຢ່າງໜຶ່ງວ່າ ສາສະນາພິທີ ເປັນອົງປະກອບໜຶ່ງຂອງສາສະນາ ທີມີ2ນິກາຍຂອງສາສະນາພຸດຄື:ພຸດທະນິກາຍເຖລະວາດ ແລະພຸດທະສາສະນາມະຫາຍານ ແຕ່ຈະໄດ້ກ່າວແຕ່ນິກາຍເຖຣະວາດ
ພິທີກຳຂອງພຸດທະສາສະນາ(ເຖຣະວາດ)
ພິທີກຳພຸດທະສາສະນາເຖຣະວາດແບ່ງອອກເປັນ2ປະເພດ ຄື: ພິທີກຳກ່ຽວຂ້ອງກັບວິນັຍສົງ ເຊິ່ງເກີດຂື້ນຈາກຂໍ້ບັນຍັດທາງພຣະວິໄນ ທີ່ພຣະພຸດທະເຈົ້າບັນຍັດຂື້ນ ເຊັ່ນການຖວາຍຜ້າອາບນ້ຳຝົນ ການຖວາຍຜ້າຈຳພັນສາ ການທອດກະຖິນແລະຜ້າປ່າ ການບັນພຣະຊາອຸປະສົມບົດ ເປັນຕົ້ນ ແລະພິທີກຳ ທີ່ກ່ຽວຂອງກັບວິໄນສົງແຕ່ນຳພຣະພຸດທະສາສະນາໄປກ່ຽວຂອງ ເຊັ່ນການເຮັດບຸນລ້ຽງອາຫານໃນໂອກາດຕ່າງໆສ່ວນໃຫຍ່ເກີດຈາກຄວາມເຊື່ອໃນຫຼັກທຳຄຳສອນ ຂອງພຣະພຸດທະສາສະນາ ແລ້ວນຳມາແປງເປັນຂໍ້ປະຕິບັດໃນສາສະນາພິທີ
ເມື່ອກ່າວໂດຍລະອຽດພິທີກຳໃນພຸດທະສາສະນາເຖຣະວາດ ເຊິ່ງເປັນທີ່ນິຍົມແລະຮັບຮອງປະຕິບັດ ສືບກັນມາຈົນກາຍເປັນປະເພນີ ແຕ່ເມື່ອເມື່ອແຍກອອກເປັນໝວດແບ່ງອອກເປັນ4ປະເພດຄື
1.    ໝວດກຸສົນພິທີ
ວ່າດ້ວຍການບຳເພັນບຸນກຸສົນ ເປັນເລື່ອງພິທີກຳຕ່າງໆ ອັນກ່ຽວດ້ວຍການອົບຮົມຄວາມດີງາມທາງພຸດທະສາສະນາສະເພາະຕົວບຸກຄົນ ຄື ເລື່ອງການສ້າງຄວາມດີແກ່ຕົນ ທາງພຸດທະສາສະນາຕາມພິທີນັ້ນເອງ ພິທີປະເພດນີ້ມີຫຼາຍດ້ວຍກັນ ເມື່ອຈັດເຂົ້າເປັນໝວດດຽວກັນ ຈຶ່ງໃຫ້ຊື່ໝວດວ່າໝວດກຸສົນພິທີ ແຕ່ກຸສົນສະເພາະພຸດທະບໍລິສັດປະຕິບັດໃນເບື້ອງຕົນທົ່ວໄປມີ 3ປະເພດ ຄື ພິທີສະແດງຕົນເປັນພຸດທະມາມະກະ, ພິທີຮັກສາອຸໂບສົດສິນ ແລະພິທີວຽນທຽນວັນສຳຄັນທາງສາສະນາ ໄດ້ແກ່ວັນມາຂະບູຊາ, ອາສະຣະຫະບູຊາ ແລະ ວິສາຄະບູຊາ
2.    ໝວດບຸນພິທີ
ວ່າດ້ວຍພິທີເຮັດບຸນ ເປັນພິທີທຳບຸນທີ່ເລື່ອງກັບປະເພນີໃນຄອບຄົວ ປະກອບດ້ວຍພິທີດັ່ງຕໍ່ໄປນີ້ ຄືການທຳບຸນເປັນພິທີທຳບຸນຕໍ່ເນື່ອງ ກັບປະເພນີໃນຄອບຄົວປະກອບດ້ວຍພິທີດັ່ງຕໍ່ໄປນີ້ຄື: ການທຳ ບຸນລ້ຽງພຣະເຊິ່ງນິຍົມທຳໃນງານບຸນມຸງຄຸນເຊັ່ນ: ການແຕ່ງງານ ງານສະຫຼອງບວດໃຫມ່ ງານເຮັດບຸນຕໍ່ອາຍຸ ງານເຮັດບຸນເອົາໂຊກເອົາໄຊມຸງຄຸນ ແລະການເຮັດບຸນອະວະມຸງຄຸນເຊັ່ນ: ການເຮັດບຸນໜ້າສົບ ການເຮັດບຸນແຈກເຂົ້າ ການສູດອະພິທຳເປັນຕົ້ນ.
3.    ໝວດທານພິທີ
ວ່າດ້ວຍພິທີຖວາຍທານ ເປັນພິທີກ່ຽວຂອງກັບການຖວາຍທານແກ່ພຣະສົງ ເຊັ່ນ: ການຖວາຍສັງຄະທານ ການຖວາຍການຕັກບາດ ການຖວາຍເສນາສະນະຕ່າງໆ ການຖວາຍຜ້າອາບນ້ຳຝົນ ການທອດຜ້າປ່າ ການຖວາຍດອກໄມ້ທູບທຽນເປັນຕົ້ນ
4.    ໝວດປະກິນະກະ
ເປັນພິທີກ່ຽວຂ້ອງກັບຂໍ້ປະຕິບັດທົ່ວໄປໄມ່ກ່ຽວຂ້ອງກັບພິທີທັງສາມຂ້າງຕົ້ນ ເຊັ່ນ ພິທີກຳ ຖວາຍຄວາມເຄົາລົບພຣະ ພິທີການປະເຄນຂອງໃຫ້ພຣະ ພິທີທຳໜັງສືອາລາດທະນາແລະທຳໄບປະວາລະນາຖວາຍປັດຈຸປັດໃຈ ພິທີອາລາດທະນາສິນ ພິວີອາລາດທະນາທຳ ພິທີຊິດນຳມົນເປັນຕົ້ນ
ກ່າວໂດຍສະຫຼຸບໄດ້ວ່າ ພຸດທະສາສະນາພິທີເປັນເລື່ອງທີ່ໃຫ້ຄວາມຮູ້ກ່ຽວກັບພິທີຫຼືແບບຢ່າງທີ່ປະຕິບັດໃນທາງສາສະນາ ກ່ຽວກັບການອົບຮົມຄວາມດີງາມ ສະເພາະຕົວບຸກຄົນພິທີທຳບຸນເນື່ອງດ້ວຍປະເພນີໃນຄອບຄົວພິທີຖວາຍທານແດ່ພຣະສົງ ຂໍ້ປະຕິບັດໃນການປະຕິໃນການປະກອບພຸດທະສາສະນາພິທີ ທີ່ຊາວພຸດທັງບັນພະສິດແລະຄະລືຫັດຄວນຈະໄດ້ສຶກສາ ໃຫ້ຮູ້ແລະເຂົ້າໃຈ ເພື່ອປະຕິບັດໃຫ້ຖຶກຕ້ອງອັນເປັນການສົ່ງເສີມໃຫ້ພຸດທະສາສະນາຈະເລີນຮຸ່ງເຮືອງແລະເປັນການສືບທອດ ອາຍຸພຣະພຸດທະສາສະນາໃຫ້ຍຶນຍາວຈົນເຖີງອະນຸຊົນຄົນລຸນຫຼັງຕໍ່ໄປພິທີກຳທີ່ເປັນພຸດທະບັນຍັດ ເປັນພິທີການກ່ຽວກັບວິໄນສົງ ຊຶ່ງພຣະພຸດທະເຈົ້າໄດ້ບັນຍັດໄວ ຈະຕ້ອງປະຕິບັດພິທີກຳນັ້ນໆ ໃຫ້ຖືກຕ້ອງຖາມທີ່ບັນຍັດໄວ້.
1.    ພິທີກຳບັນພຣະຊາອຸປະສົມບົດ
ເປັນພິທີກຳທາງຊາວພຸດ ໂດຍສະເພາະຊາວລາວນິຍົມປະຕິບັດກັນ ການບວດເປັນຄຳລວມທັງການບວດຈົວ(ບັນພະຊາ)ແລະການບວດເປັນພຣະພິກຂຸ(ອຸປະສົມບົດ)
ການບັນພພຊາ
ຄືການບວດຈົວ ຜູ້ບັນພະຊາຕ້ອງມີອາຍຸບໍ່ຕ່ຳກ່ວາ7ປີ ບໍ່ເປັນໂລກຮ້າຍ ພິການ ບໍ່ເປັນໂຈນຮ້າຍ ບິດາມານດາຕ້ອງໄດ້ອະນຸຍາດ ໂກນຜົມແລ້ວເຂົ້າໄປເຖິງພຣະອຸປະຊາ ແລ້ວປະຕິຍານຕົນ ເປັນເນນຕ້ອງຖືສິນ10ຂໍ້
ບວດເປັນພິກຂຸ ຕາມຫຼັກທາງພຣະພຸດທະສາສະນາແລ້ວ ການບວດມີ3ວິທີ ເອຫິພິກຂຸອຸປະສັມປະທາ ເປັນການບວດທີ່ພຣະພຸດທະເຈົ້າບວດໃຫ້ໂດຍເປ່ງວາຈາ ຈົ່ງເປັນພິກຂຸເຖີນ ຈາກນັ້ນກໍ່ຄອງຜ້າເຫຼຶອງ ປະພຶດຕໍ່ພຣະວິໄນໄດ້ເລີຍ ຜູ້ອຸປະສົມບົດຕ້ອງເປັນຊາຍ ອາຍຸຕ້ອງ20ປີບໍລິບູນ ແລະບິດາມານດາຕ້ອງໄດ້ອະນຸຍາດ ແລະຕ້ອງຖືສິນ227ຂໍ້
2.    ພິທີເຂົ້າພັນສາ
ຄືການຄອງຢູ່ໃນວັດຂອງພຣະສົງ ເປັນເວລາ3ເດືອນໃນລະດູຝົນ ຈະໄປນອນຂ້າມຄືນທີ່ອື່ນບໍ່ໄດ້ ຖ້າມີຄວາມຈຳເປັນຕ້ອງບໍ່ໃຫ້ກາຍ7ວັນຕາມພຸດທະບັນຍັດໄວ້ໃນພຣະວິໄນ
ພິທີປະວາຣະນາ
ເປັນພິທີທີ່ພຣະສົງປະຕິບັດຕາມວິໄນສົງ ຄື ພິກຂຸຈຳພັນສາຄົບ3ເດືອແລ້ວ ພຣະພິກຂຸຕ້ອງທຳ ພິທີກ່າວຕັກເຕືອນເຊີ່ງກັນແລະກັນພິທີ ປະວາຣະນາມີ 3ວັນຄືວັນຂື້ນ15ຄ່ຳເດືອນ11 (ບັນພຣະສິດ)ວັນແຮມ14ຄ່ຳ ເດືອນ11(ຈາຕຸດທະສີ)ແລະວັນສາມມັກຄີ
3. ພິທີທອດກະຖິນ
ຄວາມເປັນມາກະຖິນແປວ່າໄມ້ສະດຶງ ຫຼື ໄມ່ແບບຫຍິບຈີວອນ ເປັນຜ້າທີ່ນຳ ມາຖວາຍພິກຂຸສົງໃນພິທີທອດກະຖິນ ເຮີ້ມນັບຕັ້ງແຕ່ວັນອອກພັນສາ ຄື 1ຄ່ຳເດືອນ11 ເຖິງ14ຄ່ຳກາງເດືອນ12
ພິທີກຳໃນວັນສຳຄັນທາງສາສະນາ



4. ພິທີວັນມາຄະບູຊາ
ຈາກພຸດທະປະຫວັດ ໄດ້ມີເຫດການທີເປັນເຫດ ກໍາເນີດວັນຈາຕຸລົງຄະສັນນິບາດ
(ຂື້ນ15 ຄ່ຳ ເດືອນ3ຖ້າປີໃດມີເດືອນ8ສອງຫົນໃຫ້ເລື່ອນໄປເປັນວັນຂື້ນ15ຄຳເດືອນ4ໃນວັນນັ້ນເກີດນິສິດອັນສະຈັນຖຶງ4ປະການ
Ø  ມີພຣະອະຣິຍະສົງມາປະຊຸມກັນພ້ອມບໍ່ໄດ້ນັດໝາຍ
Ø  ມີພຣະອະຣິຍະສົງມາປະຊຸມກັນຫຼາຍເຖີງ1250ອົງ
Ø  ພຣະອະຣິຍະສົງທັງ1250ອົງລເວນແຕ່ເປັນເອຫິພິກຂຸອຸປະສັມປະທາແລະທຸກອົງລ້ວນແຕ່ເປັນພຣະອໍລະຫັນ
Ø  ວັນນັ້ນຕົງກັບວັນຂື້ນ15ຄ່ຳ ເດືອນມາຄະ
5.    ພິທີວິສາຄະບູຊາ
ຕາມພຸດທະປະຫວັດ ພຣະພຸດທະເຈົ້າປະສຸດ ຕັດສະຮູ້ ແລະປະຣິນິພານໃນວັນດຽວກັນ ເດືອນດຽວກັນຄືຂື້ນ15 ຄ່ຳ ເດືອນ6(8ສອງຫົນເລື່ອນໄປວັນຂື້ນ15ເດືອນ7)
6.    ພິທີອາສະຣະຫະບູຊາ
ຫຼັງຈາກພຣະພຸດເຈົ້າຕັດສະຮູ້ແລ້ວ ພຣະອົງໄດ້ໄປຍັງປາອິສິປະຕະນະມະດຶຄະທາຍາວັນຊີ່ງເປັນທີ່ຢູ່ຂອງປັນຈັກວັກຄີ ແລະພຣະອົງໄດ້ສະແດງປະຖົມມະເທດສະໜາ ພຣະທຳ ກັບປະວັດຕະນະສູດຊຶ່ງຕົງກັບວັນຂື້ນ15 ຄ່ຳ ເດືອນ 8 ປັນຈັກວັກຄີໄດ້ຝັງພຣະທັມມະເທດສະໜາແລ້ວ ໄດ້ເຫັນຈິງຕາມທີ່ພຣະພຸດທະເຈົ້າສະແດງ ຈຶ່ງໄດ້ຂໍບວດ ພຣະພຸດທະເຈົ້າໄດບວດໃຫ້ປັນຈັກຄີ ໂດຍບວດແມ່ນບວດດ້ວຍເອຫິອຸປະສັມປະທາ ພຣະອັນຍາໂກນທັນຍະ ຈິ່ງເປັນພິກຂຸອົງທຳອິດໃນພຸດທະສາສະນາ ແລະໄດ້ສຳເດັດເປັນພຣະອໍລະຫັນ

ແລະຍັງມີອີກຫຼາຍໆພິທີກຳເຊັ່ນ: ການຖວາຍສັງຂະທານ, ລົງອຸໂປສົດສັງຄະກຳ, ບຸນປະຈຳປີ ບຸນຕາມປະເພນີຕາມທ້ງຖິ່ນຕ່າງ....

ไม่มีความคิดเห็น:

แสดงความคิดเห็น