ນິທານລາວ


ເທບນິຍາຍ
  • ເລື່ອງປູ່ເຍີ
  • ມື້ໜື່ງຍ່າເຍີກຳລັງແນມຂື້ນເມືອເທີງຫົວພູແດນໄກຢູ່ ໃນຂະນະລາວນັ່ງຢູ່ຫັ້ນ,ມີກາລະລາດຜູ້ເປັນລູກແລ່ນເຂົ້າມາທາງຫລັງແລ້ວຖາມວ່າ:
  •      -ແມ່ເຮີຍ ! ແມ່, ພໍ່ຂອງລູກເດ! ດຽວນີ້ພໍ່ຢູ່ໃສ ? ເປັນຫຍັງໃຜກໍ່ເວົ້າວ່າ ບັກລູກບໍ່ມີພໍ່,ແມ່ເວົ້າໃຫ້ລູກຟັງແດ່?
  • ເມື່ອໄດ້ຍີິນລູກຖາມແນວນັ້ນ,ຍ່າເຍີຈ້ອງເບີ່ງຫນ້າລູກດ້ວຍຄວາມເປັນຫ່ວງເປັນໃຍແລ້ວແກວ່ງຫົວ, ດ້ວຍຄວາມເຈັບແຄ້ນແຫນ້ນໃຈແຕ່ແມ່ຕອບວ່າ :
  •     -ພຸ້ນລູກເອີຍ ພໍ່ຂອງຢູ່ພຸ້ນ.....
  •     -ແມ່ທັງເວົ້າທັງຊີ້ມືໄປທາງພູເຂາແດນໄກທີ່ຕິດກັບຕີນຟ້າກ່ອງ
  •     -ແມ່ ເປັນແນວໃດ ພໍ່ຂອງລູກຢູ່ຫົວພູນັ້ນບໍ?
  • ເມື່ອໄດ້ຍິນລູກຖາມຈັ່ງຊັ້ນຍ່າເຍີໃດ້ເລົ່າເລື່ອງທີ່ຝັງໄວ້ໃນໃຈຂອງຕົນໃຫ້ລູກຟັງດ້ວຍຄວາມໂສກເສົ້າວ່າ: ພໍ່ຂອງລູກ ຊື່ວ່າ ປູ່ເຍີ.ແມ່ນີ້ກໍ່ບໍ່ແມ່ນຄົນທຳມະດາ. ພໍ່ແມ່ນີ້ລ້ວນແມ່ນເຊື້ອພະອີນ, ພະພົມທັງເມືອງຟ້າໄດ້ແຕ່ງລົງມາສະເຫວີຍເມືອງລຸ່ມ ເພື່ອນຄຸ້ມຄອງມະນຸດຢູ່ໃນໂລກນີ້.
  •     ຕັ້ງແຕ່ດຶກດໍາບັນ  ເຊີ່ງຫ່າງໄກ້ຈາກພວກເຮົາເປັນເວລາເຫີງນານແລ້ວ  ມະນຸດໄດ້ດໍາລົງຊິວິດດ້ວຍຄວາມທຸກຍາກລໍາບາກ, ອົດສະບັ້ນສັ່ນຫນາວຢູ່ໃນຮົ່ມຟ້າອັນມືດມົນ, ລົ້ມມິດຕັດມີດແຖປັດເປົ່າຈົນກະທັງເຮັດໃຫ້ເນື່ອກາຍເໝືອນຈະຂາດສະບັ້ນ ມວນມະນຸດໃນເປີງນີ້ເປືອຍເອີກເປືອຍອາງເຕັມແຕ່ຂົນບໍ່ຮູ້ຈັກເຮັດແນວໃດ. ມີແຕ່ນອນກັບດີນ ກີນຫຍ້າພາຊິວິດຂອງຕົນລຳລົງໄປຄືເຊັ່ນນັ້ນ.  ເມື່ອເຫັນຕາວັນພຸ່ງຂື້ນ ແລະແສງແດດສ່ອງລົງມາຈຶ່ງເຮັດໃຫ້ຜູ້ຄົນ, ຕົ້ນໄມ້ແລະສັດສາວາສີ່ງທັງຫລາຍຄ່ອຍໆລຸກຕື່ນຂື້ນມາ.  ແຕ່ເມື່ອຕາເວັນສູນຫາຍໄປແລ້ວຫນ້າດີນເຕັມໄປດ້ວຍຄວາມມືດມິດ ແລະ ເຢັນກະດ້າງ, ມວນມະນຸດພາກັນສັ່ນສະບັ້ນ, ຕົ້ນໄມ້ເປືອຍໂຕໂດ່ນໂດ່,  ຈໍາພວກສັດຈິບຫາຍມຸດມອດຕາຍຍ້ອນຄວາມຫນາວ. ມວນມະນຸດພາກັນເປັນໝູ່ເພື່ອນນຳແສງຕາເວັນ   ເຂົານຳໄປນຳໄປ   ແຕ່ບໍ່ທົນຕໍ່ຄວາມອິດເມື່ອຍ,  ບໍ່ທົນຕໍ່ຄວາມຂາດເຂີນ    ແລະຄວາມຫີວໂຫຍ,   ເຂົາກໍ່ລົ້ມຫາຍຕາຍເສຍໄປຈໍານວນຫລວງຫລາຍແຕ່ກໍຍັງໄປບໍ່ເຖີງຕາເວັນ.     ເມື່ອເຫັນແນວນັ້ນພໍ່ຂອງລູກຍາມໃດກໍ່ເປັນຫ່ວງຄົ້ນຄິດຊອກຫາທິດທາງແກ້ໄຂເພື່ອໃຫ້ມວນມະນຸດພົ້ນຈາກຄວາມທຸກຍາກລຳບາກ, ພໍ່ຂອງລູກໃດ້ອອກເດີນທາງໄປເຖີງຫົວພູແດນໄກທີ່ມີສາຍນ້ຳໂຕນຕາດສຽງດັງສະນັ່ນ. ອາຍນ້ຳແພ່ລະອອງຂື້ນມາມົວໆ ເໝືອນດັງຈອມເມກທີ່ປົກຫຸ້ມຈອມພູ. ອາກາດຫນາວຊືມເຂົ້າໃນຕົວຂອງຄົນເຮົາຈົນປວດກະດ້າງໄປທົ່ວຊີ້ນ, ທົ່ວຫນັງເໝືອນດັ່ງມີປາຍເຂັມ ແລະ ສ່ອນສຽບ. ຢູ່ກາງຕາດທີ່ເຕັມໄປດ້ວຍຮົ່ມໝອກເມກນັ້ນມີຕົ້ນໄມ້ມະນີໂຄດເກີດຂື້ນ, ພໍ່ຂອງເຈົ້າໃດ້ເກັບເອົາໝາກໄມ້ນັ້ນມາກີນ. ຍ້ອນໃດ້ກີນໝາກໄມ້ມະນີໂຄດນີ້ ພໍ່ຂອງລູກຈື່ງຮູ້ສືກວ່າຮ່າງກາຍຂອງຕົນມີກໍາລັງອັນແຮງກ້າ.ແຕ່ນັ້ນມາພໍ່ຂອງລູກກໍ່ໃດ້ໄປທຸກຫົນທຸກແຫ່ງ ແລະໃດ້ເອາເຫື່ອແຮງຂອງຕົນເຂົ້າມາຊ່ວຍມວນມະນຸດ ຕ້ານຄວາມສະບັ້ນສັ່ນໜາວ, ຕ້ານຜີສາງນາງຮາຍ. ແຕ່ມວນມະນຸດກໍ່ຍັງທຸກຍາກລຳບາກ ດັ່ງນັ້ນ ພໍ່ຂອງລູກຈື່ງມີຄວາມໂສກເສົ້າ ຫງ່ວມເຫງົາ ແລະຕັດສີນໃຈຫາທຸກວິທີເພື່ອຊ່ວຍມວນມະນຸດໃຫ້ຢູ່ສຸກສະບາຍ. ນັບແຕ່ມື້ມາຢູ່ເມືອງລຸ່ມນີ້, ເຖີງແມ່ນວ່າພະອີນພະພົມອອກຄຳສັ່ງຫ້າມຂື້ນເມືອເມືອງຟ້າກໍ່ຕາມ,ພໍ່ຂອງລູກກໍນຳຕົນຂື້ນເມືອດ້ວຍການສ່ຽງໄພ, ໄດ້ເຫາະຂື້ນໄປສູ່ດວງຕາເວັນເຊີ່ງເປັນເຈົ້າຢູ່ສູງທີ່ມີໂງ່ນໄຟອັນມະຫາສານ, ເວລາໃດກໍ່ຮຸ່ງແຈ້ງຢູ່ສະເໝີ. ພໍ່ຂອງລູກໄດ້ລັກເອົາໄຟເຫລົ່ານັ້ນມາຍັດໃສ່ໃຈໂລກ.ກຸ່ມໄຟເລິຍໄໝ່ລາມໄປທົ່ວໃຈໂລກ ແລະ ລົງສູ່ຂອບແຈອັນເລີກລັບ, ເຮັດໃຫ້ໂລກຂອງເຮົາມີຄວາມອົບອຸ່ນຂື້ນ,ເຮັດສັດສາວາສີ່ງອອກແມ່ແພ່ລູກຍ່າງໄວວາ. ນັບແຕ່ມື້ທີ່ມີໄຟ, ຊິວິດຂອງມວນມະນຸດໄດ້ມີການປ່ຽນແປງໄປຫຼາຍ. ຢູ່ໃນທົ່ວທຸກແຫ່ງຫົນສຽງຮ້ອງລຳທຳເພງໄດ້ຝົດຟື້ນໄປທົ່ວໂລກ  ເພື່ອນສັນລະເສີນຜົນງານອັນສະງ່າລາສີຂອງພໍ່ເຈົ້າ.
  •      ມີມື້ໜື່ງ ພະຍາອີນຢູ່ເມືອງຟ້າໄດ້ສ່ອງສາຍຕາທິບຜ່ານກ້ອນເມກລົງມາ, ເຫັນບັນດາກີ່ງກ້ານດອກຂອງພຶດສາທັງຫຼາຍປົ່ງຂື້ນທົ່ວປ່າຍດົງ,   ມວນມະນຸດກໍ່ພາກັນເຮັດໄຮ່ນາ  ບາງຜ່ອງກໍເຮັດໄຮ່ເຮັດສວນ ແລະ ບູລະນະສ້າງສາຫລາຍເໝືອນດັ່ງຝູງໝົດຝູງປວກ,  ດັ່ງນັ້ນພະອີນຈຶ່ງຮຽກເອົາພໍ່ເຈົ້າໄປໃສ່ໂທດ ພໍ່ເຈົ້າຖືກພະອີນຍັດໄຟເຂົ້າທ້ອງ ໄຟຈື່ງໄໝ່ພໍ່ເຈົ້າເສຍໄປ. ຂາບຂອງພໍ່ເຈົ້າໄດ້ກາຍເປັນພູໄຟມະໄລກັນ ໃນໃຈຂອງພູໄຟມະໄລກັນນັ້ນເວລາໄລກໍລຸກໄໝ້ເໝືອນດັ່ງວ່າໄຟນັ້ນໄຫມ້ລາມດວງໃຈຂອງພໍ່ເຈົ້າເທົ່າທຸກວັນນີ້. ບາງຄັ້ງພູໜ່ອຍນັ້ນໄດ້ພົ່ນໄຟອອກມາບໍ່ຈັກວ່າເທົ່າໄດມື້ເທົ່າໄດຄືນຈຶ່ງເຊົາ.
  •      ເຖີງວ່າພໍ່ຂອງເຈົ້າໄດ້ເສຍໄກໍ່ຕາມ   ເພີ່ນກໍຢັງເປັນຫ່ວງນໍາມວນມະນຸດທີ່ຖືກດັບສູນຍ້ອນຄວາມສະບັ້ນສັ່ນໜາວ, ຜູ້ໄດກໍຄິດຮອດຫ້ອງໃຫ້ໄຕ່ຖາມເຖີງບຸນຄຸນຂອງພໍ່ເຈົ້າ ແຕ່ເຮັດແນວໄດກໍເອົາຄືນບໍ່ໄດ້ເພາະຢ້ານລິດເດດຂອງພະອີນເມືອງຟ້າ. ນັບແຕ່ມື້ພໍເຈົ້າຕາຍໄປ ແມ່ໄດ້ນຳເຈົ້າເຂົ້າມາລັກລີ້ຢູ່ປ່າ ເພື່ອຫຼີກເວັ້ນການປອງຮ້າຍຂອງພະອີນ. ດຽວນີ້ລູກໃຫຍ່ສູງຈູງໜ້າມາແລ້ວ, ລູກຕ້ອງກະທໍາຕາມແບບຢ່າງຂອງພໍ່ເຈົ້າຊ່ອຍເຫຼືອມວນມະນຸດໄຫ້ພົ້ນຈາກຄວາມລຳບາກເໝືອນກັບພໍ່ເຈົ້າເດີ

ไม่มีความคิดเห็น:

แสดงความคิดเห็น