ບົດວິພາກ

ວິພາກບົດເລື່ອງ ໝາກນໍ້າເຕົ້າປຸງ                  
  I.               ເຄົ້າກຳເນີດແລະຄວາມເປັນມາຂອງເລື່ອງ
   ເທບນິຍາຍເລື່ອງໝາກນ້ໍາເຕົ້າປຸງໄດ້ກໍາເນີດເກີດຂື້ນ ບົນພື້ນຖານການຮັບຮູ້ຂອງປະຊາຊົນປະຖົມບູຮານໂດຍຜ່ານຂະບວນການອອກແຮງງານ,ການຕໍ່ສູ້ຕ້ານໄພທຳມະຊາດຂອງເຂົາເຈົ້າ ຈີ່ງເຮັດໃຫ້ເຂົາເຈົ້າຍ້ານກວາ ແລະຊອກຫາວິທີທາງລະງັບຄວາມຍ້ານກວາເຫຼົ່ານັ້ນ ໂດຍປາຖະໜາຫາສີ່ງສັກສິດ ຫຼືແຖນເປັນຜູ້ຊ່ວຍ. ເທບນິຍາຍເລື່ອງນີ້ກໍາເນີດເກີດຂື້ນກ່ອນສັງຄົມທີ່ມີຊົນຊັ້ນ.
 II.            ບົດເລື່ອງໝາກນ້ຳເຕົ້າປຸງໂດຍຫຍໍ້



     ເຖົ້າແກ່ບູຮານເຄີຍຖືກັນວ່າ ຄົນລາວເຮົາເປັນລູກເຕົ້າເຫຼົ່າແຖນ ພ້ອມກັນເກີດອອກມາຈາກໝາກນ້ຳເຕົ້າປຸງ ໂດຍມີນິທານອັນເກົ່າໆ ເລົ່າສຶບຕໍ່ກັນມາວ່າ ໃນກາລະເມື່ອກ່ອນພຸ້ນ ໂລກເຮົານີ້ກໍເປັນດີນເປັນຫຍ້າ,ເປັນຟ້າເປັນແຖນ,ແຖນຢູ່ເມືອງບົນຄົນຢູ່ເມືອງລຸ່ມ ຄົນແລະແຖນເຄີຍໄປມາຫາສູ່ກັນບໍ່ຂາດ ໂດຍອາໃສເຄືອເຂົາກາດພາດແຕ່ເມືອງລຸ່ມກ່າຍຂື້ນເມືອຄຸງເມືອງແຖນ ອັນມີພະຍາແຖນຫຼວງໄດ້ເປັນເຈົ້າເປັນໃຫຍ່ ມີອຳນາດເໜືອຄົນ ແລະ ແຖນທັງຫຼາຍ. ເມືອງລຸ່ມຂື້ນກັບເມືອງແຖນ ໂດຍແມ່ນພະຍາແຖນເປັນຜູ້ປົກຄອງ ແລະອວນພາສ້າງສາຫາກີນ. ປາງນັ້ນຍັງມີຂຸນໃຫຍ່ທັງສາມທີ່ພະຍາແຖນສົ່ງລົງມາເມືອງລຸ່ມຜູ້ໜື່ງຊື່ວ່າ ປູ່ລາງເຊີງ, ຜູ້ສອງຊື່ວ່າຂຸນເຫຼັກ,ຜູ້ທີສາມຊື່ວ່າຂຸນຄານ ເຂົາເຈົ້າທັງສາມໄດ້ລົງຢູ່ສ້າງເມືອງລຸ່ມ ກີນປາເຮັດນາເມືອງລຸ່ມກີນເຂົ້າ. ພະຍາແຖນຫຼວງໄດ້ສັງວ່າ ຄົນເມືອງລຸ່ມນີ້ກິນກໍໃຫ້ບອກໃຫ້ໝາຍ ກິນແລງກິນງາຍກໍໃຫ້ບອກແຖນ, ເມື່ອໄດ້ກິນອັນໃດດີອັນໃດແຊບກໍໃຫ້ແບ່ງສວ່ນສົ່ງໃຫ້ແຖນ, ເປັນຕົ້ນວ່າ: ໄດ້ກິນຊີ້ນກໍ່ໃຫ້ສົ່ງຂາ ໄດ້ກິນປາກໍໃຫ້ສົ່ງຮ້ອຍແກ່ແຖນເຖົ້າແຖນຫຼວງ; ພໍ່ແຖນຫຼວງຄອງກິນພາເຂົ້າ ພໍ່ແຖນເຖົ້າຄອງກິນພາງາຍ. ຄາວຕໍ່ມາຄົນທັງຫຼາຍລ້ວນບໍ່ຟັງຄວາມແຖນ, ກິນເຂົ້າກໍບໍບອກບໍ່ໝາຍ ກິນແລງກິນງາຍກໍບໍ່ບອກບໍ່ຄອບ, ໄດ້ກິນຊີ້ນກໍ່ບໍ່ຍ່ອມສົ່ງຂາ ໄດ້ກິນປາກໍບໍ່ຍອມສົ່ງຮ້ອຍ, ເມື່ອນັ້ນພະຍາແຖນຈິງເຮັດໃຫ້ນ້ຳຖ້ວມເມືອງລຸ່ມລິດລຽງຖ້ວມເມືອງພຽງມຸດມ້ວຍ, ຄົນທັງຫຼາຍລ້ວນຕາຍໄປໝົດ.

  ຍັງເຫຼືອແຕ່ຂຸນໃຫຍ່ທັງສາມ ເມື່ອເຫັນນ້ໍາຖ້ວມຂຶ້ນຮອດເຮືອນຕົນ ຂຸນທັງສາມຈິງໄດ້ເອົາໄມ້ຂ່າແຫ້ງແປງເປັນແພ ເອົາໄມ້ແປເຮືອນແປງເປັນຝາແລ້ວພາກັນເຂົ້າໄປຢູ່ໃນແພນັ້ນ. ເມືອລົມຕີຟອງເຟືອງຟາດ ນ້ຳຈຶ່ງພັດເອົາແພນັ້ນຂຶ້ນເມືອຮອດເມືອງແຖນ; ພະຍາແຖນເຫັນຂຸນທັງສາມຈິງຖາມວ່ສູເຈົ້າຂື້ນມາຫາຕູເຮັດຫຍັງ? ສູເຈົ້າບໍ່ຟັງຄວາມຕູຈັກເປັນສັນໃດກໍຢ່າສູແດ່’’ ເມື່ອນັ້ນຂຸນທັງສາມຈິ່ງເລົ່າເຫດການໃນເມືອງລຸ່ມສູ່ພະຍາແຖນຟັງທຸກປະການ; ຫຼັງຈາກນັ້ນພະຍາແຖນຈິ່ງສັ່ງໃຫ້ຂຸນທັງສາມໄປພັກຢູ່ດອນກາງບຶງແຫ່ງໜື່ງ ໃນເມືອງແຖນຊື່ວ່າ: ດອນບຶງແຖນລໍ ເປັນການຊົ່ວຄາວ ເມື່ອນ້ຳບົກແຫ້ງແລ້ວຂຸນທັງສາມກໍຄິດຮອດເມືອງລຸ່ມເຂົາເຈົ້າຈຶ່ງເຂົ້າຫາພະຍາແຖນວ່າ ຕູຂ້ອຍນີ້ຢູ່ເມືອງບົນບໍ່ແກນແລນເມືອງຟ້າບ່ເປັນ, ຕູຂ້ອຍຂໍຄືນເມືອສ້າງເມືອງລຸ່ມກິນປາເຮັດນາເມືອງລຸ່ມກິນເຂົ້າ ດັ່ງເກົ່າເລົາສອງທີ່ເທີນ’’. ເມື່ອດັ່ງນັ້ນພະຍາແຖນກໍເຫັນດີນໍາຈຶ່ງແຕ່ງໃຫ້ຂຸນທັງສາມລົງມາສ້າງເມືອງລຸ່ມອີກ. ໃນຄາວນີ້ພະຍາແຖນໄດມອບຄວາຍຕູ້ໂຕໜຶາງໃຫ້ເພື່ອໃຫ້ຂຸນທັງສາມໃຊ້ໃນການເຮັດນາ. ພາຍຫຼັງທີ່ໄດຮັບອາດຍາຂອງພະຍາແຖນແລ້ວ ຂຸນທັງສາມກໍໄດ້ພາກັນອອກມາຈາກດອນແຖນລໍລົງມາເມືອງລຸ່ມ; ເມື່ອລົງມາຮອດແລ້ວກໍພາກັນຖາງປ່າຫຍ້າອ້ອຍໜູເຮັດນາກິນຢູ່ດີນແຫ່ງໜຶ່ງ ເຊີ່ງຕັ້ງຢູ່ລຸ່ມເມືອງແຖນນັ້ນໂດຍອາໄສຄວາຍຕູ້ທີ່ພະຍາແຖນມອບໃຫ້ນັ້ນມາໄຖຊ່າວໃຫ້ເປັນດີນນາ, ດີນແຫ່ງນັ້ນຈິ່ງມີຊື່ວ່າ: ນານ້ອຍອ້ອຍໜູ. ນັບແຕ່ນັ້ນມາ.

  
    ຢູ່ຕໍ່ມານານປະມານສາມປີຄວຍຕູ້ໂຕນັ້ນລວດຕາຍໄປ,ເຂົາເຈົ້າໄດ້ປະຊາກໄວ້ຢູ່ນານ້ອຍອ້ອຍໜູ. ເມື່ອຄວາຍໂຕນັ້ນຕາຍແລ້ວຊໍ້າພັດມາເຄືອໝາກນໍ້າເຕົ້າປຸງປົ່ງອອກມາຈາກດັງຂອງມັນ ແລ້ວເກີດມາເປັນໝາກນໍ້າເຕົ້າປຸງໜ່ວຍໜຶ່ງໃຫຍ່ເທົ່າກັບຫີນເຂົ້າປູກ. ຢູ່ພາຍໃນໝາກນໍ້າເຕົ້າປຸງໜ່ວຍນັ້ນ ຊໍ້າພັດມີຄົນປາກຈາໂຫຮ້ອງດັງກ້ອງ ເປັນອຶກກະທຶກເນືອງນັນ. ຂຸນທັງສາມໄດ້ເຫັນເປັນດັ່ງນັ້ນກໍມີຄວາມສົນໃຈເປັນຢ່າງຍິ່ງ ປູ່ລາງເຊີນຈຶ່ງໄດ້ດັງໄຟໃສເຕົາເຜົາເຫຼັກຊີແດງໆ ແລ້ວແທງເຂົ້າໃນໝາກນໍ້າເຕົ້າປຸງປະຫຼາດໜ່ວຍນັ້ນທັງທີ ເມື່ອໝາກນໍ້າເຕົ້າປຸງຖືກຊີໃຫ້ຊອດເປັນຮູ ແລ້ວກໍ່ມີຄົນບຸບຽດກັນອອກມາໂລດ ແຕ່ອອກມາໄດ້ເທື່ອເລັກເທື່ອໜ້ອຍ, ອອກມາດ້ວຍຄວາມລຳບາກ ແລະ ຊ້າເນື່ອງຈາກຮູນ້ອຍໂພດ ຄົນອອກມາຄັບຄັງອັງອໍກັນຫຼາຍເມື່ອເຫັນດັ່ງນັ້ນຂຸນຄານຈຶ່ງເອົາສີ່ວໄປເຈາະຕື່ມເຮັດໃຫ້ຮູກວ້າງໃຫຍ່ກວ່າເກົ່າ, ເທື່ອນີ້ຄົນທັງຫຼາຍທີ່ອອກມາຕາມຮູສີ່ວນັ້ນຈິ່ງອອກມາຢ່າງສະດວກສະບາຍ, ລຸລັ່ງທັ່ງເທກັນອອກມາທັງຍິງທັງຊາຍ ພ້ອມດ້ວຍຊັບສົມບັດເງີນທອງ,ງົວຄວາຍ, ຊ້າງມ້າ,ໝູໝາ, ເປັດໄກ່ ຢ່າງຫຼວງຫຼາາຍ ອອກມາປະມານສາມມື ສາມຄືນຈຶ່ງໝົດ ເມື່ອອອກມາໝົດແລ້ວ ຂຸນທັງສາມຈຶ່ງຈັດເອົາຄົນເຫຼົ່ານັ້ນອອກເປັນໝູ່ໆ ໂດຍມີຊື່ເອີ້ນຕ່າງກັນເພື່ອບໍ່ໃຫ້ເປັນການສັບສົນ:
-    ຄົນທີ່ອອກຕາມຮູຊີເປັນລາວເທີງ ແບ່ງອອກເປັນສອງໝູ່ ໝູ່ໜື່ງຮຽກວ່າໄທລົມ(ຊາວລົມ) ໝູ່ສອງຮຽກວ່າ ໄທວີ(ຊາວວີ)
-    ສ່ວນພວກທີ່ອອກມາຕາມຮູສິ່ວນັ້ນເປັນລາວລຸ່ມແລະລາວສູງ ແບ່ງອອກເປັນສາມໝູ່, ໝູ່ໜື່ງຮຽກວ່າໄທເລິງ, ໝູ່ສອງຮຽກວ່າໄທລໍແລະໝູ່ສາມຮຽກວ່າໄທຂວາງ
ເມື່ອຈັດແບ່ງແນວນັ້ນແລ້ວ ປູ່ລາງເຊີງຈິ່ງໄດ້ສັ່ງສອນໃຫ້ຄົນທັງຫຼາຍຮູ້ຈັກຮັກແພງກັນນັບຖືກັນເປັນອ້າຍເປັນນ້ອງແລະຖືວ່າເປັນຊາດດຽວກັນ. ດ້ວຍເຫດວ່າຄົນທັງຫຼາຍເກີດມາຈາກໝາກນ້ໍາເຕົ້າປຸງອັນດຽວກັນ ເໝືອນອອກມາຈາຫທອງແມ່ດຽວກັນ; ຜູ້ອອກກ່ອນຖືວ່າເປັນອ້າຍ,ຜູ້ອອກລຸນຖືເປັນນ້ອງຕາມດຳລັບ. ປູ່ລາງເຊີງໄດ້ສອນໃຫ້ຄົນຟູງນັ້ນຮູ້ຈັກທຳມາຫາກີນລ້ຽງຊີບ,ຮູ້ຈັກແປງຢ້າວແປງເຮືອນແລະສ້າງສາຄອບຄົວມີຜົວມີເມຍ. ນັບແຕ່ນັ້ນມາຄົນຝູງນັ້ນກໍຈິ່ງມີລູກຍີງລູກຊາຍເກີດມາຢ່າງຫຼວງຫຼາຍ. ປູ່ລາງເຊີງຈິງບອກສອນໃຫ້ລູກຫຼານຝູງນັ້ນ ຮູ້ຈັກຮັກແພງພໍ່ແມ່ໄດ້ສຶບໄວ້.
  ເນື່ອງຈາກການອົບຮົມສັ່ງສອນຈາກຂຸນທັງສາມ ຄົນທັງຫຼາຍຈິ່ງເຄົາລົບນັບຖືຂຸນທັງສາມເປັນຢ່າງສູງແລະຮຽກເອີ້ນເປັນປູ່ຕາ ນັບແຕ່ນັ້ນມາຈົນຄົນທັງຫຼາຍຂະຫຍາຍຕົວອອກມາຢ່າງກ້ວາງຂ້ວາງ. ບາງຄາວກໍເຕົ້າໂຮມກັນເປັນເອກະພາບແຕ່ບາງຄາວກໍ່ແຍກອອກເປັນຫຼາຍເຜົ່າຫຼາຍເລົ່າ ເຖີງວ່າຈະຕົກຢູ່ແຫ່ງຫົນໃດຄົນເລົ່ານັ້ນກໍ່ຍັງນັບຖືກັນວ່າເປັນພີ່ນ້ອງເຊື້ອສາຍລາຍລອງດຽວກັນ, ໄປມາຫາສູ່ກີນເຂົ້າເຊົາເຮືອນ ໂດຍບໍ່ຄິດຄຸນຄ່າອັນໃດ,ເມື່ອມີວຽກກໍຂໍຄວາມຊ່ວຍເຫຼືອກັນຈົນກາຍເປັນປະເພນີສືບມາເຖິງປະຈຸບັນ
III.    ເນື້ອໃນລວມ
ເທບນິຍາຍເລື່ອງໝາກນ້ຳເຕົ້າປຸງມີເນື້ອໃນເວົ້າເຖີງການກຳເນີດ ຂອງປະຊາຊົນຄົນລາວເຮົາ,ເວົ້າເຖິງຄວາມຊື່ສັດ,ຄວາມສາມັກຄີແລະການເຊື່ອຟັງຜູ້ຫຼັກຜູ້ໃຫຍ່ໃນການສ້າງສາພັດທະນາແລະການດຳລົງຊີວິດຂອງເຂົາເຈົ້າ

 IV.    ແບ່ງຕອນ
  ເທບນິຍາຍເລື່ອງໝາກນ້ໍາເຕົ້າປຸງແບ່ງອອກເປັນ 2 ຕອນຄື:
-    ຕອນທີໜື່ງ     ແຕ່ຕົ້ນ    ຈົນເຖີງ   ຟັງທຸກປະການ
     ເນື້ອໃນ: ເວົ້າເຖີງການສ້າງບ້ານແປງເຮືອນ ການດໍາລົງຊີວິດຂອງຄົນກັບແຖນຄື ແຖນຢູ່ເບື້ອງບົນຄົນຢູ່ເບື້ອງລຸມແລະເວົ້າເຖີງການໃຫ້ຄຳໝັ້ນສັນຍາ ລະວ່າງຄົນກັບແຖນເຊັ່ນວ່າ: ພະຍາແຖນຫຼວງໄດ້ສັງວ່າ ຄົນເມືອງລຸ່ມນີ້ກິນກໍໃຫ້ບອກໃຫ້ໝາຍ ກິນແລງກິນງາຍກໍໃຫ້ບອກແຖນ, ເມື່ອໄດ້ກິນອັນໃດດີອັນໃດແຊບກໍໃຫ້ແບ່ງສວ່ນສົ່ງໃຫ້ແຖນ, ເປັນຕົ້ນວ່າ: ໄດ້ກິນຊີ້ນກໍ່ໃຫ້ສົ່ງຂາ ໄດ້ກິນປາກໍໃຫ້ສົ່ງຮ້ອຍແກ່ແຖນເຖົ້າແຖນຫຼວງ; ພໍ່ແຖນຫຼວງຄອງກິນພາເຂົ້າ ພໍ່ແຖນເຖົ້າຄອງກິນພາງາຍແລະເວົ້າເຖີງການຜິດສັນຍາຂອງຄົນ ແຖນຈິ່ງເຮັດໃຫ້ນ້ຳຖ້ວມໂລກ ຄົນຕາຍໝົດເຫຼືອແຕ່ຂຸນທັງສາມ.
-    ຕອນທີ່ສອງ     ຫຼັງຈາກນັ້ນ   ຈົນເຖີງ  ສຸດທ້າຍ
    ເນື້ອໃນ: ເວົ້າເຖີງການຄິດຮອດຄິດເຖີງເມືອງລຸ່ມຂອງຂຸນທັງສາມ ຈິ່ງໄດ້ຂໍແຖນລົງມາສ້າງບ້ານແປງເຮືອນຢູ່ນ້ານ້ອຍອ້ອຍໜູ ແລະເວົ້າເຖີງ ການກຳເນີດເກີດຂື້ນໄຫມ່ຂອງຄົນ ຊົນເຜົ່າຕ່າງໆ ຄື ອອກມາຈາກໝາກນ້ຳເຕົ້າປຸງ ແລ້ວໄປສ້າງສາຊົນເຜົ່າເຫຼົ່າຊົນຕ່າງໆ. ນອກນັ້ນຍັງເວົ້າເຖີງມູນເຊື້ອສາມັກຄີອັນດີງາມແຕ່ອາຫຼິດຈົນເຖີງປະຈຸບັນ
 V.    ວິເຄາະບົດເລື່ອງໝາກນ້ຳເຕົ້າປຸງ
   ໝາກນ້ໍາເຕົ້າປຸງເປັນພຶດຊະນິດເຄືອເປັນໝາກໄມ້ທີ່ຄົນລາວຮູ້ຈັກມາເຫີງນານ ປະກົດໃນຕຳນານ ເທບນິຍາຍພະຍາແຖນຫຼືຕົນກຳເນີດຂອງຄົນ. ຄົນລາວຖືວ່າມະນຸດເຊື້ອຊາດລາວມາຈາກນ້ຳເຕົ້າປຸງ ຖືວ່າພະຍາແຖນເປັນເທບພະເຈົ້າຂອງຕົນ, ຖືວ່າຂຸນທັງສາມເປັນບັນພະບຸລຸດຂອງຄົນລາວລວມທັງຊົນຊາດໄຕທັງມວນ, ຖືວ່າລາວແລະບັນດາຊົນເຜົ່າໄຕທັງໝົດເປັນພີ່ນ້ອງຮ່ວມທ້ອງດຽວກັນ, ຄຳວ່າໝາກນ້ຳເຕົ້າປຸງນັ້ນຄົງຈະຜ້ຽນດ້ວຍລັກສະນະພາສາແຕ່ລະຍຸກຫາກເບີ່ງລັກສະນະຂອງເນື້ອເລື່ອງແລ້ວຄົງຈະແມ່ນໝາກນ້ຳເຕົ້າປຸງ(ຄືວ່າໃຫຍ່ກ່ວາປົກກະຕິ)
   ໃນເທບນິຍາຍພາກຕອນຕົ້ນຈະເວົ້າກ່ຽວກັບຄວາມເຊື່ອກ່ຽວກັບແຖນສາເປັນສ່ວນໃຫຍ່ແຕ່ຄວາມຈິງຂອງເລື່ອງນັ້ນແມ່ນເວົ້າເຖີງຊົນຊາດຕ່າງໆໃນດິນແດນສຸວັນນະພູມຫຼືໃນສະເພາະອິນດູຈີນເທົ່ານັ້ນວ່າແມ່ນຊົນຊາດດຽວກັນຫຼືມີບັນພະບຸຸລຸດດຽວກັນ. ເລື່ອງນີ້ສາມາດສະຫຼຸບເຫດຜົນໄດ້ເພາະວ່າຍຸກນັ້ນແມ່ນຕົກຢູ່ໃນລະບອບຂອງເທວະລາຊາການທີ່ພະຍາແຖນມີການກ່ຽວພັນກັບຄົນເຊື້ອຊາດໄຕລາວນັ້ນຍ່ອມເປັນໄປໄດ້ໂດຍເອົາແຖນເປັນຈຸດໃຈກາງຂອງຄວາມເຊື່ອແລ້ວເອົາໝາກນ້ຳເຕົ້າປຸງເປັນປະເດັນຂອງເລື່ອງເພື່ອອະທິບາຍສິ່ງທີ່ເປັນປິດສະໜານັ້ນ.
   ໝາກນ້ໍາໝາຍເຖີງສາຍນ້ໍາ, ເຕົ້າໝາຍເຖີງສິ່ງທີ່ເຕົ້າໂຮມຄວາມເຊື່ອແລະເຕົ້າໂຮມຄວາມເປັນຊົນຊາດທີ່ມີບັນພະບຸລຸດດຽວກັນ, ໂດຍຍຶດເອົາຕອນສຳຄັນຄື ພະຍາແຖນໄດ້ສົ່ງຜົນທັງສາມມາຄອງເມືອງລຸ່ມລິດລຽງ,ມາຄອງແລະເມືອງພຽງຄະຄ້ອຍ,ທີ່ນານ້ອຍອ້ອຍໜູນັ້ນເປັນແຫຼ່ງຊາດກຳເນີດໄຕລາວ,ເຊີ່ງຂຸນທັງສາມເປັນປະຖົມບັນພະບຸລຸດຂອງຊາດໄຕລາວທັງມວນ.
VI.    ສິລະປະການແຕ່ງ
-    ດ້ານເນື້ອໃນ: ຄຸນຄ່າດ້ານເນື້ອໃນຂອງເທບນິຍາຍເລື່ອງໝາກນ້ຳເຕົ້າປຸງແມ່ນໄດ້ເຮັດໃຫ້ເຮົາຮູ້ເຖິງເຄົ້າກຳເນີດຂອງຄົນລາວ,ຮູ້ເຖີງການຮັບຮູ້ຂອງຄົນໃນສະໄໝກ່ອນ ແລະ ເນື້ອຍັງສອງແສງໃຫ້ເຮົາຮູ້ເຖີງຄວາມສາມັກຄີ,ຄວາມອົດອາດກ້າຫານ,ການສ້າງສາພັດທະນາ ແລະ ການທີ່ມີສິນທໍາປະຈຳໃຈ.
-    ດ້ານສິລະປະການແຕ່ງ: ແມ່ນໃຊ້ຄຳສັບທີ່ເຂົ້າໃຈງ່າຍຟັງແລ້ວໜ້າຕິດຕາມ,ເຮັດໃຫ້ຜູ້ອ່ານຜູ້ຟັງມີຈິດຕະນາການຕາມບົດຫຼືອາດເວົ້າໄດ້ວ່າໃຊ້ຄຳສັບທີ່ເຮັດໃຫ້ເກີດມະໂນພາບ,ການຈັດລຽງຕົວລະຄອນກໍແມ່ນຖືກຕ້ອງຕາມລຳດັບຄືເພີນໄດ້ສ້າງແຖນເປັນຕົວເອກຂອງເລື່ອງແລະໃຊ້ຂຸນທັງສາມເປັນຕົວປະກອບ,ໃຊ້ຄົນເປັນຕົວເສີມຂະຫຍາຍຂອດຫົວເລື່ອງ.
V. ສະຫຼຸບ

      ເທບນິຍາຍເລື່ອງໝາກນໍ້າເຕົ້າປຸງແມ່ນມີຄຸນຄ່າຫຼາຍສໍາຫຼັບການດໍາລົງຊີວິດຂອງເຮົາຄືໃນບາງຕອນທີ່ໄດ້ສອນໃຫ້ເຮົາທຸກຄົນສື່ສັດສຸຈະລິດ,ຕ້ອງມີສັດຈະ,ຕ້ອງມີຄວາມສາມັກຄີ ແລະ ໃນຍົກສັງຄົມປັດຈຸປັດຍິງສຳຄັນຢ່າງຍິ່ງໃນການນຳບົດເລື່ອງເພື່ອເປັນບົດຮຽນທີ່ຍິ່ງໃຫຍ່ໃນການສ້າງສາພັດທະນາປະເທດ. ດັ່ງສຸພາສິດບາລີບົດໜຶ່ງທີກ່າວວ່າ: ສາມັກຄີສາມັກຄານັງ​ແປວ່າ ຄວາມສາມັກຄີເປັນບ່ອນເກີດແຫ່ງຄວາມສຳເລັດ. 

2 ความคิดเห็น: