วันศุกร์ที่ 23 ธันวาคม พ.ศ. 2559
ພິທີກຳທາງສາສະນາພຸດແລະສາດສະດາ
ສາດສະດາ
ສາດສະດາໃນພຸດທະສາທະນາ ຄື ພຣະພຸດທະເຈົ້າ
ເດີມຄືເຈົ້າຊາຍສີທັດຖະ ທີ່ໄດ້ອອກບວດເພື່ອຄົ້ນກາຄວາມຈິງ
ຈົນໄດ້ພົບກັບຄວາມຈິງຂອງທຳມະຊາດ
ໃນເລື່ອງການດັບທຸກຂອງຈິດໃຈຕາຫຼັກເຫດຜົນ(ຫຼືຕາມຫຼັກວິທະຍາສາດ) ໄດ້ຢ່າງຖາວອນ
ພິທີກຳທາງສາສະໜາພຸດ
ພິທີກຳ ຫຼື ທີ່ເອີ້ນອີກຢ່າງໜຶ່ງວ່າ ສາສະນາພິທີ
ເປັນອົງປະກອບໜຶ່ງຂອງສາສະນາ ທີມີ2ນິກາຍຂອງສາສະນາພຸດຄື:ພຸດທະນິກາຍເຖລະວາດ
ແລະພຸດທະສາສະນາມະຫາຍານ ແຕ່ຈະໄດ້ກ່າວແຕ່ນິກາຍເຖຣະວາດ
ພິທີກຳຂອງພຸດທະສາສະນາ(ເຖຣະວາດ)
ພິທີກຳພຸດທະສາສະນາເຖຣະວາດແບ່ງອອກເປັນ2ປະເພດ ຄື:
ພິທີກຳກ່ຽວຂ້ອງກັບວິນັຍສົງ ເຊິ່ງເກີດຂື້ນຈາກຂໍ້ບັນຍັດທາງພຣະວິໄນ
ທີ່ພຣະພຸດທະເຈົ້າບັນຍັດຂື້ນ ເຊັ່ນການຖວາຍຜ້າອາບນ້ຳຝົນ ການຖວາຍຜ້າຈຳພັນສາ
ການທອດກະຖິນແລະຜ້າປ່າ ການບັນພຣະຊາອຸປະສົມບົດ ເປັນຕົ້ນ ແລະພິທີກຳ
ທີ່ກ່ຽວຂອງກັບວິໄນສົງແຕ່ນຳພຣະພຸດທະສາສະນາໄປກ່ຽວຂອງ
ເຊັ່ນການເຮັດບຸນລ້ຽງອາຫານໃນໂອກາດຕ່າງໆສ່ວນໃຫຍ່ເກີດຈາກຄວາມເຊື່ອໃນຫຼັກທຳຄຳສອນ ຂອງພຣະພຸດທະສາສະນາ
ແລ້ວນຳມາແປງເປັນຂໍ້ປະຕິບັດໃນສາສະນາພິທີ
ເມື່ອກ່າວໂດຍລະອຽດພິທີກຳໃນພຸດທະສາສະນາເຖຣະວາດ
ເຊິ່ງເປັນທີ່ນິຍົມແລະຮັບຮອງປະຕິບັດ ສືບກັນມາຈົນກາຍເປັນປະເພນີ
ແຕ່ເມື່ອເມື່ອແຍກອອກເປັນໝວດແບ່ງອອກເປັນ4ປະເພດຄື
1.
ໝວດກຸສົນພິທີ
ວ່າດ້ວຍການບຳເພັນບຸນກຸສົນ ເປັນເລື່ອງພິທີກຳຕ່າງໆ
ອັນກ່ຽວດ້ວຍການອົບຮົມຄວາມດີງາມທາງພຸດທະສາສະນາສະເພາະຕົວບຸກຄົນ ຄື
ເລື່ອງການສ້າງຄວາມດີແກ່ຕົນ ທາງພຸດທະສາສະນາຕາມພິທີນັ້ນເອງ
ພິທີປະເພດນີ້ມີຫຼາຍດ້ວຍກັນ ເມື່ອຈັດເຂົ້າເປັນໝວດດຽວກັນ
ຈຶ່ງໃຫ້ຊື່ໝວດວ່າໝວດກຸສົນພິທີ ແຕ່ກຸສົນສະເພາະພຸດທະບໍລິສັດປະຕິບັດໃນເບື້ອງຕົນທົ່ວໄປມີ
3ປະເພດ ຄື ພິທີສະແດງຕົນເປັນພຸດທະມາມະກະ, ພິທີຮັກສາອຸໂບສົດສິນ
ແລະພິທີວຽນທຽນວັນສຳຄັນທາງສາສະນາ ໄດ້ແກ່ວັນມາຂະບູຊາ, ອາສະຣະຫະບູຊາ ແລະ ວິສາຄະບູຊາ
2.
ໝວດບຸນພິທີ
ວ່າດ້ວຍພິທີເຮັດບຸນ
ເປັນພິທີທຳບຸນທີ່ເລື່ອງກັບປະເພນີໃນຄອບຄົວ ປະກອບດ້ວຍພິທີດັ່ງຕໍ່ໄປນີ້
ຄືການທຳບຸນເປັນພິທີທຳບຸນຕໍ່ເນື່ອງ ກັບປະເພນີໃນຄອບຄົວປະກອບດ້ວຍພິທີດັ່ງຕໍ່ໄປນີ້ຄື:
ການທຳ ບຸນລ້ຽງພຣະເຊິ່ງນິຍົມທຳໃນງານບຸນມຸງຄຸນເຊັ່ນ: ການແຕ່ງງານ ງານສະຫຼອງບວດໃຫມ່
ງານເຮັດບຸນຕໍ່ອາຍຸ ງານເຮັດບຸນເອົາໂຊກເອົາໄຊມຸງຄຸນ ແລະການເຮັດບຸນອະວະມຸງຄຸນເຊັ່ນ: ການເຮັດບຸນໜ້າສົບ
ການເຮັດບຸນແຈກເຂົ້າ ການສູດອະພິທຳເປັນຕົ້ນ.
3.
ໝວດທານພິທີ
ວ່າດ້ວຍພິທີຖວາຍທານ ເປັນພິທີກ່ຽວຂອງກັບການຖວາຍທານແກ່ພຣະສົງ
ເຊັ່ນ: ການຖວາຍສັງຄະທານ ການຖວາຍການຕັກບາດ ການຖວາຍເສນາສະນະຕ່າງໆ
ການຖວາຍຜ້າອາບນ້ຳຝົນ ການທອດຜ້າປ່າ ການຖວາຍດອກໄມ້ທູບທຽນເປັນຕົ້ນ
4.
ໝວດປະກິນະກະ
ເປັນພິທີກ່ຽວຂ້ອງກັບຂໍ້ປະຕິບັດທົ່ວໄປໄມ່ກ່ຽວຂ້ອງກັບພິທີທັງສາມຂ້າງຕົ້ນ
ເຊັ່ນ ພິທີກຳ ຖວາຍຄວາມເຄົາລົບພຣະ ພິທີການປະເຄນຂອງໃຫ້ພຣະ
ພິທີທຳໜັງສືອາລາດທະນາແລະທຳໄບປະວາລະນາຖວາຍປັດຈຸປັດໃຈ ພິທີອາລາດທະນາສິນ
ພິວີອາລາດທະນາທຳ ພິທີຊິດນຳມົນເປັນຕົ້ນ
ກ່າວໂດຍສະຫຼຸບໄດ້ວ່າ
ພຸດທະສາສະນາພິທີເປັນເລື່ອງທີ່ໃຫ້ຄວາມຮູ້ກ່ຽວກັບພິທີຫຼືແບບຢ່າງທີ່ປະຕິບັດໃນທາງສາສະນາ
ກ່ຽວກັບການອົບຮົມຄວາມດີງາມ
ສະເພາະຕົວບຸກຄົນພິທີທຳບຸນເນື່ອງດ້ວຍປະເພນີໃນຄອບຄົວພິທີຖວາຍທານແດ່ພຣະສົງ ຂໍ້ປະຕິບັດໃນການປະຕິໃນການປະກອບພຸດທະສາສະນາພິທີ
ທີ່ຊາວພຸດທັງບັນພະສິດແລະຄະລືຫັດຄວນຈະໄດ້ສຶກສາ ໃຫ້ຮູ້ແລະເຂົ້າໃຈ
ເພື່ອປະຕິບັດໃຫ້ຖຶກຕ້ອງອັນເປັນການສົ່ງເສີມໃຫ້ພຸດທະສາສະນາຈະເລີນຮຸ່ງເຮືອງແລະເປັນການສືບທອດ
ອາຍຸພຣະພຸດທະສາສະນາໃຫ້ຍຶນຍາວຈົນເຖີງອະນຸຊົນຄົນລຸນຫຼັງຕໍ່ໄປພິທີກຳທີ່ເປັນພຸດທະບັນຍັດ
ເປັນພິທີການກ່ຽວກັບວິໄນສົງ ຊຶ່ງພຣະພຸດທະເຈົ້າໄດ້ບັນຍັດໄວ ຈະຕ້ອງປະຕິບັດພິທີກຳນັ້ນໆ
ໃຫ້ຖືກຕ້ອງຖາມທີ່ບັນຍັດໄວ້.
1.
ພິທີກຳບັນພຣະຊາອຸປະສົມບົດ
ເປັນພິທີກຳທາງຊາວພຸດ
ໂດຍສະເພາະຊາວລາວນິຍົມປະຕິບັດກັນ ການບວດເປັນຄຳລວມທັງການບວດຈົວ(ບັນພະຊາ)ແລະການບວດເປັນພຣະພິກຂຸ(ອຸປະສົມບົດ)
ການບັນພພຊາ
ຄືການບວດຈົວ
ຜູ້ບັນພະຊາຕ້ອງມີອາຍຸບໍ່ຕ່ຳກ່ວາ7ປີ ບໍ່ເປັນໂລກຮ້າຍ ພິການ ບໍ່ເປັນໂຈນຮ້າຍ
ບິດາມານດາຕ້ອງໄດ້ອະນຸຍາດ ໂກນຜົມແລ້ວເຂົ້າໄປເຖິງພຣະອຸປະຊາ ແລ້ວປະຕິຍານຕົນ
ເປັນເນນຕ້ອງຖືສິນ10ຂໍ້
ບວດເປັນພິກຂຸ
ຕາມຫຼັກທາງພຣະພຸດທະສາສະນາແລ້ວ ການບວດມີ3ວິທີ ເອຫິພິກຂຸອຸປະສັມປະທາ ເປັນການບວດທີ່ພຣະພຸດທະເຈົ້າບວດໃຫ້ໂດຍເປ່ງວາຈາ
“ຈົ່ງເປັນພິກຂຸເຖີນ” ຈາກນັ້ນກໍ່ຄອງຜ້າເຫຼຶອງ
ປະພຶດຕໍ່ພຣະວິໄນໄດ້ເລີຍ ຜູ້ອຸປະສົມບົດຕ້ອງເປັນຊາຍ ອາຍຸຕ້ອງ20ປີບໍລິບູນ
ແລະບິດາມານດາຕ້ອງໄດ້ອະນຸຍາດ ແລະຕ້ອງຖືສິນ227ຂໍ້
2.
ພິທີເຂົ້າພັນສາ
ຄືການຄອງຢູ່ໃນວັດຂອງພຣະສົງ
ເປັນເວລາ3ເດືອນໃນລະດູຝົນ ຈະໄປນອນຂ້າມຄືນທີ່ອື່ນບໍ່ໄດ້
ຖ້າມີຄວາມຈຳເປັນຕ້ອງບໍ່ໃຫ້ກາຍ7ວັນຕາມພຸດທະບັນຍັດໄວ້ໃນພຣະວິໄນ
ພິທີປະວາຣະນາ
ເປັນພິທີທີ່ພຣະສົງປະຕິບັດຕາມວິໄນສົງ
ຄື ພິກຂຸຈຳພັນສາຄົບ3ເດືອແລ້ວ ພຣະພິກຂຸຕ້ອງທຳ ພິທີກ່າວຕັກເຕືອນເຊີ່ງກັນແລະກັນພິທີ
ປະວາຣະນາມີ 3ວັນຄືວັນຂື້ນ15ຄ່ຳເດືອນ11 (ບັນພຣະສິດ)ວັນແຮມ14ຄ່ຳ ເດືອນ11(ຈາຕຸດທະສີ)ແລະວັນສາມມັກຄີ
3. ພິທີທອດກະຖິນ
ຄວາມເປັນມາກະຖິນແປວ່າໄມ້ສະດຶງ ຫຼື
ໄມ່ແບບຫຍິບຈີວອນ ເປັນຜ້າທີ່ນຳ ມາຖວາຍພິກຂຸສົງໃນພິທີທອດກະຖິນ
ເຮີ້ມນັບຕັ້ງແຕ່ວັນອອກພັນສາ ຄື 1ຄ່ຳເດືອນ11 ເຖິງ14ຄ່ຳກາງເດືອນ12
ພິທີກຳໃນວັນສຳຄັນທາງສາສະນາ
4. ພິທີວັນມາຄະບູຊາ
ຈາກພຸດທະປະຫວັດ
ໄດ້ມີເຫດການທີເປັນເຫດ ກໍາເນີດວັນຈາຕຸລົງຄະສັນນິບາດ
(ຂື້ນ15 ຄ່ຳ
ເດືອນ3ຖ້າປີໃດມີເດືອນ8ສອງຫົນໃຫ້ເລື່ອນໄປເປັນວັນຂື້ນ15ຄຳເດືອນ4ໃນວັນນັ້ນເກີດນິສິດອັນສະຈັນຖຶງ4ປະການ
Ø ມີພຣະອະຣິຍະສົງມາປະຊຸມກັນພ້ອມບໍ່ໄດ້ນັດໝາຍ
Ø ມີພຣະອະຣິຍະສົງມາປະຊຸມກັນຫຼາຍເຖີງ1250ອົງ
Ø ພຣະອະຣິຍະສົງທັງ1250ອົງລເວນແຕ່ເປັນເອຫິພິກຂຸອຸປະສັມປະທາແລະທຸກອົງລ້ວນແຕ່ເປັນພຣະອໍລະຫັນ
Ø ວັນນັ້ນຕົງກັບວັນຂື້ນ15ຄ່ຳ
ເດືອນມາຄະ
5.
ພິທີວິສາຄະບູຊາ
ຕາມພຸດທະປະຫວັດ
ພຣະພຸດທະເຈົ້າປະສຸດ ຕັດສະຮູ້ ແລະປະຣິນິພານໃນວັນດຽວກັນ ເດືອນດຽວກັນຄືຂື້ນ15 ຄ່ຳ
ເດືອນ6(8ສອງຫົນເລື່ອນໄປວັນຂື້ນ15ເດືອນ7)
6.
ພິທີອາສະຣະຫະບູຊາ
ຫຼັງຈາກພຣະພຸດເຈົ້າຕັດສະຮູ້ແລ້ວ
ພຣະອົງໄດ້ໄປຍັງປາອິສິປະຕະນະມະດຶຄະທາຍາວັນຊີ່ງເປັນທີ່ຢູ່ຂອງປັນຈັກວັກຄີ
ແລະພຣະອົງໄດ້ສະແດງປະຖົມມະເທດສະໜາ ພຣະທຳ ກັບປະວັດຕະນະສູດຊຶ່ງຕົງກັບວັນຂື້ນ15 ຄ່ຳ ເດືອນ
8 ປັນຈັກວັກຄີໄດ້ຝັງພຣະທັມມະເທດສະໜາແລ້ວ ໄດ້ເຫັນຈິງຕາມທີ່ພຣະພຸດທະເຈົ້າສະແດງ
ຈຶ່ງໄດ້ຂໍບວດ ພຣະພຸດທະເຈົ້າໄດບວດໃຫ້ປັນຈັກຄີ ໂດຍບວດແມ່ນບວດດ້ວຍເອຫິອຸປະສັມປະທາ
ພຣະອັນຍາໂກນທັນຍະ ຈິ່ງເປັນພິກຂຸອົງທຳອິດໃນພຸດທະສາສະນາ ແລະໄດ້ສຳເດັດເປັນພຣະອໍລະຫັນ
ແລະຍັງມີອີກຫຼາຍໆພິທີກຳເຊັ່ນ: ການຖວາຍສັງຂະທານ,
ລົງອຸໂປສົດສັງຄະກຳ, ບຸນປະຈຳປີ ບຸນຕາມປະເພນີຕາມທ້ງຖິ່ນຕ່າງ....
ກະຖິນນະທານ
I.
ຄວາມເປັນມາຂອງກະຖິນ
ກະຖິນຄືຜ້າພິເສດ
ທີ່ພຣະສັມມາສັມພຸດທະເຈົ້າ ພຣະອົງຊົງປະທານນຸຍາດໃຫ້, ເປັນຊື່ເອີ້ນຜ້າໄກຈີວອນ
ທີ່ທາຍົກ ທຍິກາ ນຳມາທອດຖວາຍໃນທ່າມກາງສົງຕາມການ,
ເປັນຊື່ທີ່ຖືກບັນຍັດຂື້ນມາຕັ້ງແຕ່ສະໄໝພຸດທະການ, ເອີ້ນຊື່ການເຮັດບຸນສະນິດນນີ້ວ່າ:
ບຸນກະຖິນ, ບັນຍັດຂື້ນເພື່ອໃຫ້ງ່າຍຕໍ່ການຈື່ຈຳຂອງຊາວພຸດ,
ທຸກສິ່ງທຸກຢ່າງໃນໂລກນີ້ລ້ວນແຕ່ຖືກສົມມົດຕິບັນຍັດກັນຂື້ນມາ
ເພື່ອໃຊ້ໃນການຕິດຕໍ່ສື່ສານ ມະນຸດຕໍ່ມະນຸດດ້ວຍກັນ.
ບຸນກອງກະຖິນ ຫຼື
ການຖວາຍກະຖິນັ້ນແມ່ນມີເວລາຈຳກັດ, ເພີ່ນຈຶ່ງຖືວ່າເປັນກາລະທານພິເສດ
ແລະກໍເປັນທີ່ນິຍົມຊົມຊອບຂອງຊາວພຸດທຸກຊັ້ນ, ເປັນມະຫາທານຢ່າງສູງສົ່ງ.
ພຣະສັມມາສັມພຸດທະເຈົ້າ
ມີພຣະບໍລົມພຸດທະນຸຍາດເອງ, ບໍ່ມີຜູ້ມາຂໍ, ຕ້ອງການໃຫ້ພຣະສົງໄດ້ພັກຜ່ອນ ແລະ
ມີໂອກາດໃນການໃຊ້ຜ້າຜືນໄໝ່, ເພື່ອໃຫ້ພຣະສົງໄດ້ຮຽນຮູ້ເລື່ອງການຕັດຫຍິບຜ້າຈີວອນໃຊ້ເອງ.
ການທອດຖວາຍຜ້າກະຖິນນັ້ນ
ເປັນພຸດທະນຸຍາດ ແລະເຮັດຕາມຮີດຄອງປະເພນີອັນດີງາມ ຂອງພຸດທະສາສະນິກະຊົນລາວ ທີ່ໄດ້ຍຶດຖືປະຕິບັດສືບຕໍ່ກັນມາ
ແຕ່ບູຮານນະການ, ໂດຍມີກຳນົດ ການທີ່ແນ່ນອນ ບໍ່ສາມາດປ່ຽນແປງວັນເວລາໄດ້.
ພຣະສັມມາສັມພຸດທະເຈົ້າ
ໄດ້ຍົກເອົາກະຖິນນະທານຂື້ນເປັນສັງຂະທານ, ທີ່ມີອານິສົງຫຼາຍ ແລະເວລາທອດຖວາຍ
ແມ່ນເລີ່ມຕັ້ງແຕ່1ຄ່ຳ ເດືອນ11ໄປຈົນເຖິງກາງເດືອນ12 (ຂື້ນ15ຄຳ ເດືອນ12)
ຈຶ່ງໝົດເຂດກະຖິນ,ນັບຕັ້ງແຕ່ອອກພັນສາໄດ້ມື້ໜຶ່ງ, ຈົນຮອດມື້ໃສ່ບາດບຸນທາດຫຼວງ, ມີກໍານົດກົດເກນຕາຍຕົວ,
ນັບວ່າເປັນກາລະທານ ແລະບຸນພິເສດອີຫຼີ ຖືວ່າເປັນການຖວາຍທານໃຫ້ພຣະສົງ
ທີ່ຈຳພັນສາຢູ່ໃນວັດນັ້ນໆ.
ນອກຈາກນີ້
ຈະທອດຖວາຍຜ້າກະຖິນກໍບໍໄດ້, ແລະວັດນັ້ນໆສາມາດທອດໄດ້ປີລະໜຶ່ງກອງເທົ່ານັ້ນ, ຈະທອດຖວາຍ
2ກອງ3ກອງໃຫ້ກັບວັດທີ່ທອດຖວາຍແລ້ວແມ່ນບໍ່ໄດ້, ຜິດຕໍ່ພຣະທັມມະວິນັຍ,
ຕ່າງຈາກກອງຜ້າປ່າ, ກອງອັດຖະ, ກອງບວດ, ກອງຫົດ ແລະກອງອື່ນໆ.
ເຖິງແມ່ນວ່າວັດນັ້ນຈະມີເຈົ້າພາບເຈົ້າສັດທາຫຼາຍກໍ່ຕາມ,
ຕ້ອງເອົາກອງກະຖິນນັ້ນມາລວມກັນເຮັດເປັນກອງດຽວ
ເປັນກະຖິນສາມັກຄີຈຶ່ງຈະສາມາດທອດຖວາຍໄດ້,
ແຕ່ຖ້າຫາກທ່ານພຸດທະສາສະນິກກະຊົນມີສັດທາແຮງກ້າຕ້ອງການເຮັດຜ້າກະຖິນຫຼາຍໆກອງ
ເພື່ອນໍາໄປທອດໃຫ້ກັບຄະນະສົງວັດອື່ນໆ ກໍສາມາດເຮັດກອງກະຖິນໄປທອດຖວາຍໄດ້
ຕາມຈິດສັດທາຂອງຕົນ ບໍ່ຜິດພຣະທັມມະວິໄນ ບໍ່ຜິດປະເພນີ
ຍິ່ງໄດ້ບຸນກຸສົນຫຼາຍທີ່ສຸດອີກດ້ວຍ.
II.
ຄວາມມໝາຍທອດກະຖິນ
ຄຳວ່າທອດ ໄດ້ແກ່ການທອດອາໄລ: ບໍ່ມີຄວາມຫ່ວງແຫນໃນຜ້ານັ້ນ,
ບໍ່ໄດ້ຈໍາເພາະເຈາະຈົງແກ່ພຣະພິກຂຸອົງໃດອົງໜຶ່ງ ແລ້ວແຕ່ຂະນະສົງ ທ່ານຈະຕັ້ງຍັດຕິສົມມຸດກັນເອງ,
ຫຼື ບາງວັດກໍ່ມີການຈົກສະຫຼາກເອົາ ເພື່ອໃຫ້ພຣະສົງພາຍໃນວັດໄດ້ມີໂອກາດໄດ້ຮັບຜ້າກະຖິນຂອງພຸດທະສາສະນິກກະຊົນ.
ຄຳວ່າກະຖິນ
ມາຈາກຂອບໄມ້ທີ່ເຮັດເປັນຂອບໃຊ້ຂຶງຜ້າໃຫ້ເຄັ່ງຕຶງ ເພື່ອຫຍິບຈີວອນຂອງພຣະພິກຂຸ
ເຊິ່ງນິຍົມເອີ້ນອີກຢ່າງໜຶ່ງວ່າ: ສະດຶງ ກໍຄືໄມ້ກະຖິນນັ້ນເອງ ສະນັ້ນຜ້າກະຖິນ ຈິ່ງໝາຍເຖິງຜ້າທີ່ສຳເລັດອອກມາໂດຍການຂຶງຕຶງ
ດ້ວຍຂອບໄມ້ສະດຶງ ແລ້ວຈຶ່ງຫຍິບເຮັດຜ້າຈີວອນໄດ້.
ສະໄໝກ່ອນໂລກຍັງບໍ່ທັນມີຄວາມຈະເລີນ
ທາງດ້ານວັດຖຸນິຍົມ ເທັກໂນໂລຍີຕ່າງໆ ກໍຍັງບໍ່ທັນໄດ້ພັດທະນາ
ຈັກຫຍິບຜ້າຄືທຸກວັນນີ້ກໍບໍ່ມີ ທຸກຄົນກ່ອນຈະເຮັດອັນໃດກໍ່ຕ້ອງອາໃສແມ່ແບບ ທີ່ຫາມາໄດ້ຕາມທໍາມະຊາດ
ຈຶ່ງຈະສາມາດຫຍິບຕາມທີ່ຕ້ອງການໄດ້ ຄວາມຈິງແລ້ວໄມ້ສະດຶງນັ້ນເຂົາໃຊ້ສະເພາະ
ຜູ້ທີ່ຫຍິບບັງບໍ່ທັນເກັ່ງ ຫຼືຮຽນຫຍິບໃໝ່ ແຕ່ທຸວັນນີ້ບໍ່ຕ້ອງຕັດຫຍິບເອງອີກແລ້ວ
ມີແຕ່ຫາເງີນໄປຊອກຊື້ຕາມຮ້ານ ກໍ່ສາມາດເຮັດບຸນກະຖິນໄດ້ແລ້ວ
ຄຳວ່າ: ກະຖິນ
ທາງພຣະວິໄນບັນຍັດຈັດເປັນສັງຄະກຳອີກຢ່າງໜຶ່ງໃນສັງຄະກຳ4ຢ່າງ ຈັດເປັນຍັດຕິທຸຕິຍະກັມ
ຄືກຳທີ່ເຮັດດ້ວຍການຍັດຕິ ແລະສູດອານຸສາວະນາ ແຕ່ຕອນອະປະໂລກ ຈັດເປັນອະປະໂລກກະນະກັມ
ແປວ່າ ກັມທີ່ເຮັດການບອກກັນ ໃນທີ່ປະຊຸມສົງບໍ່ຕ້ອງອາບັດຕິ ບໍ່ຕ້ອງສູດອານຸສາວະນາ.
ຍັດຕິທຸຕິຍະກັມມະວາຈາ ໝາຍເຖິງ:
ກຳທີ່ທຳດ້ວຍການຍັດຕິ ຫຼືຕາມມະຕິຄະນະສົງ,
ແລ້ວສູດອະນຸສາວະນາເທື່ອດຽວເພາະສະນັ້ນຄຳວ່າ: ກະຖິນຈຶ່ງມີຊື່ອອກມາຈາກໄມ້ສະດຶງ
ໄມ້ກະຖິນພັນຜ້າ ຫຼືກາງຜ້າອອກເພື່ອຫຍິບຈີວອນ ເວົ້າໃຫ້ເຂົ້າໃຈງ່າຍໆ
ໄມ້ສະດຶງກໍຄືການເອົາໄມ້ກະຖິນມາຕີແບບ ເພື່ອໃຊ້ສຳຫຼັບດຶງຜ້າ
ເພື່ອຕັດຫຍິບຜ້າຈີວອນນັ້ນເອງ.
ກະຖິນນັ້ນສົມເດັດພຣະສັມມາສັມພຸດທະເຈົ້າ
ຊົງອະນຸຍາດໃຫ້ແກ່ ພິກຂຸສົງຜູ້ຈຳພັນການຖ້ວນໄຕມາດ ຄື ຈຳພັນສາຄົບ3ເດືອນ ເຕັມບໍລິບູນ
ເຫດພຣະສັມມາສັມພຸດທະເຈົ້າ
ຊົງອະນຸຍາດກະຖິນແດ່ຜູ້ຈຳພັນສາແລ້ວ
ກໍເພື່ອສະແດງອອກເຊີ່ງຄວາມສາມັກຄີຂອງພິກຂຸທີ່ໄດ້ຈຳພັນສາຮ່ວມກັນເຊິ່ງເຮັດໃຫ້ພິກຂຸເຫຼົ່ານັ້ນໄດ້ສິດທິພິເສດ
ທີ່ຈະຂະຫຍາຍເຂດເຮັດຈີວອນໃຫ້ຍາວອອກໄປ.
III.
ມູນເຫດຂອງບຸນກະຖິນ
ມູນເຫດແຫ່ງການເຮັດກະຖິນນັ້ນ
ມີເລື່ອງກ່າວໄວ້ໃນພຣະວິໄນປີດົກ ມະຫາວັກ ກະຖິນຂັນທະກະ ຫົວທີ5 ຢ່າງລະອຽດ
ແຕ່ຈະໄດ້ກ່າວໄວ້ໃນບົດລາຍງານນີ້ ຈະຖອດເອົາແຕ່ໃຈຄວາມໂດຍຫຍໍ້ ພໍໃຫ້ອ່ານເຂົ້າໃຈ.
ພຣະຜູ້ມີພຣະພາກເຈົ້າ
ພຣະອົງຊົງປະຣົບກັບພຣະພິກຂຸ ຊາວເມືອງປາໄຖຍະລັດ (ປາຖະ) ຈໍານວນ30ອົງ
ລ້ວນແຕ່ເປັນພຣະຜູ້ທຸດົງຄະຄຸນ ຄືການຖືປ່າເປັນວັດ, ຖືບິນທະບາດເປັນວັດ,
ຖືຜ້າບັງສະກຸນສາມຜືນເປັນວັດ, ພຣະພິກຂຸເຫຼົ່ານັ້ນເດີນທາງມາຈາກເມືອງປາໄຖຍະລັດ (ປາຖະ)
ມີຄວາມປະສົງຈະເຂົ້າເຝົ້າພຣະພຸດທະອົງທີ່ວັດເຊຕະວັນມະຫາວິຫານ,ແຕ່ໄປບໍ່ທັນຕາມເວລາທີ່ກຳນົດໄວ,
ຮອດມື້ອະທິຖານເຂົ້າພັນສາກ່ອນ, ຈິ່ງຫາກັນພັກເຊົາຈຳພັນສາຢູ່ທີ່ເມືອງສາເກດ
ເຊີ່ງຫ່າງຈາກວັດເຊຕະວັນ ເມືອງສາວັດຖີ 7ໂຍດ
ພຣະພິກຂຸເຫຼົ່ານັ້ນໄດ້ພັກຈຳພັນສາຢູ່ເຄີ່ງທາງ
ພໍຈຳພັນສາຄົບສາມເດືອນ ອອກພັນສາມະຫາປາວາລະນາແລ້ວ ພຣະພິກຂຸສົງເຫຼົ່ານັ້ນ
ຈຶ່ງພາກັນເດີນທາງໄປຕໍ່ ເພື່ອເຂົ້າເຝົ້າອົງສົມເດັດພຣະສັມມາສັມພຸດທະເຈົ້າ
ໃນໄລຍະທີ່ເດີນທາງໄປນັ້ນ, ຝົນກໍ່ກຳລັງຕົກ ແຕ່ກໍ່ຕ້ອງເດີນທາງໄປເຝົ້າ
ພຣະບໍຣົມມະສາສະດາສັມາສັມພຸດທະເຈົ້າ
ພຣະພິກຂຸເຫຼົ້ານັ້ນໄດ້ຮັບຄວາມລຳບາກໃນການເດີນທາງຄັ້ງນີ້ ຕະໄລຍະທາງ
ເພາະຜ້າຄຸມປຽກຊຸ່ມໄປດ້ວຍນ້ຳຝົນ, ແລະຂີ້ຕົມ,
ພຣະພຸດທະອົງຈິ່ງຊົງປາຣົບເລື່ອງນີ້ເປັນປະຖົມມະເຫດ,
ເປັນທີ່ມາຂອງການປະທານພຣະພຸດທະນຸຍາດ ໃຫ້ພຣະພິກຂຸຮັບກະຖິນໄດ້ໃນເມື່ອອອກພັນສາແລ້ວ.
IV.
ປະເພດກະຖິນ
ຈຸລະກະຖິນ ຄື: ກະຖິນໄວ, ກະຖິນດ່ວນ, ການເຮັດຜ້າຈີວອນກໍ່ຕ້ອງຮີບດ່ວນ, ບໍ່ໃຫ້ບອກພຣະທີ່ຢູ່ໃນວັດນັ້ນໄດ້ຮູ້ວ່າຈະມີການທອດກະຖິນ,
ຄິດເຮັດທັນທີທັນໃດ ຄິດເຮັດ, ຫຼອນເຮັດ, ການເຮັດກະຖິນແບບນີ້ ພຣະສັມມາສັມພຸດທະເຈົ້າ
ຊົງບັນຍັດຊິກຂາບົດແນ່ນອນຈະລະເລີຍບໍໄດ້ເດັດຂາດ, ຖືເປັນສຳຄັນທຸກຝ່າຍ,
ຕ້ອງຊ່ວຍກັນເຮັດພາຍໃນກຳນົດມື້ໜຶ່ງວັນດຽວ ເຊັ່ນ: ເກັບຝ້າຍ, ປັ່ນ, ກໍ້,ຕໍ່າ,ຕັດ,
ຫຍີບ,ຍ້ອມ ເຮັດໃຫ້ເປັນຂັນ, ເປັນຕາ ຈົນໄດ້ຂະໜາດຕາມພຣະວິໄນບັນຍັດ
ແລ້ວຈຶ່ງນໍາໄປທອດຖວາຍ ໃຫ້ແລ້ວພາຍໃນມື້ໜຶ່ງວັນດຽວ
ການເຮັດຜ້າກະຖິນແບບນີ້ຄົນບູຮານລາວເຮົາ ມີຄວາມເຊື່ອຖືວ່າ: ໄດ້ບຸນໄດ້ກຸສົນຫຼາຍກ່ວາການເຮັດກະຖິນອື່ນໆ
ເພາະຖ້າບໍ່ມີຄວາມສາມັກຄີກັນກໍບໍ່ສາມາດສຳເລັດໄດ້
ມະຫາກະຖິນ ຄື: ກະຖິນທີ່ມີການກະກຽມໃນໄລຍະຍາວນານ, ບໍ່ຮີບດ່ວນ,
ເພາະອາໄສປັດໃຈໄຊຍະທານຕ່າງໆ ທີ່ຍາດພີ່ນ້ອງບໍລີຈາກໃຫ້
ມີການບອກຂ່າວປ່າວກຸສົນໄປຫາຍາດພີນ້ອງເພື່ອນຝູງ ທາງຢູ່ໄກ້ ແລະຢູ່ໄກ
ໃຫ້ມາຮ່ວມເປັນເຈົ້າສັດທານຳກັນ ເພື່ອຈະໄດ້ເປັນກອງທຶນບຳລຸງວັດວາອາຣາມ ເຊັ່ນ: ສ້າງກຸດຕີ,
ພັດທະສີມາ, ຫໍແຈກ ແລະພຣະທາດເຈດີຕ່າງໆ ປະຈຸບັນນີ້ນິຍົມເອີ້ນຜ້າກະຖິນແບບນີ້ວ່າ:
ກະຖິນສາມັກຄີ
ອານິສົງກະຖິນ
ອານິສົງກະຖິນ
5 ຂອງພຣະຜູ້ຮັບ
ອານິສົງ5ປະການ
ເມື່ອເວົ້າເຖິງບຸນກະຖິນ ຫຼາຍຄົນກໍ່ມັກຈະເວົ້າຂື້ນມາວ່າ
ອານິສົງ5ເພາະວ່າກະຖິນກັບອານິສົງເປັນຂອງຄູ່ກັນ, ພິກຂຸທັງຫຼາຍ ຜູ້ໄດ້ກຣານກະຖິນແລ້ວ
ຍ່ອມໄດ້ຮັບອານິສົງ5ປະການ
1 ຈາຣິກ ທ່ຽວໄປທາງໃດບໍ່ຕ້ອງບອກລາ ຕາມສິກຂາບົດທີ6ແຫ່ງະເຈຣະກະວັກ ປາຈິຕິກັນ
2 ທ່ຽວຈາຣິກໄປໂດຍບໍ່ຕ້ອງເອົາໄຕຼຈີວອນໄປຄົບ3ຜືນ
ຄືຈີວອນ ສັງຄາ ສະບົງ.
3 ສັນອາຫານຮ່ວມກັນ ເປັນກຸ່ມ
ເປັນວົງຄະນະໄດ້ (ສັນຄະນະໂພຊະນະໄດ້)
4 ເກັບອາຕິເຣກຈີວອນ
ໄວ້ໄດ້ຕາມປາຖະໜາ ເກັບໄດ້ຫຼາຍຜືນ ບໍ່ຕ້ອງວິກັບ
5 ຈີວອນເຊີ່ງເກີດຂື້ນໃນທີ່ນັ້ນ
ເປັນຂອງພຣະທີ່ຈໍາພັນສາໃນວັດນັ້ນທັງໝົດ.
ອານິສົງກະຖິນ 5 ປະການຂອງຜູ້ທອດ
1 ເຮັດໃຫ້ອາຍຸຍືນຍາວ
ເຮັດໃຫ້ບໍລິບູນດ້ວຍຊັບສົມບັດ
2 ບໍ່ມີສັດຕູໝູ່ມານມາທໍາລາຍຊີວິດ
ໃຫ້ພາກຈາກກັນ
3 ຊັບສົມບັດຈະຢູ່ກັບເຮົາຕະຫຼອດໄປ
4 ໂຈນລັກເອົາໄປບໍ່ໄດ້
ຕິດຕົວເຮົາໄປທຸກພົບທຸກຊາດ
5 ເມື່ອບຸນຍາປາລະມີຮອດ
ຈະໄດ້ບັນລຸມັກຜົນນິພານ ໃນອະນາຄົດຂ້າງໜ້າ.
ຄຳອຸປະໂຫຼກຜ້າກະຖິນ
ອົງທີ1
ການໃຫ້ຜ້າກະຖິນນັ້ນຕ້ອງມີການອຸປະໂຫຼກຄັງແນ່
ຜ້າກະຖິນທານ
ກັບທັງຜ້າອານິສົງບໍ່ລິວານທັງປ່ວງນີ້ ເປັນຂອງ(......ໃຫ້ອອກຊື່ເຈົ້າມູນລະສັດທາ)
ພ້ອມດ້ວຍພັນຣິຍາ ບຸດຕີແລະບຸດຕາ ວົງສາຄະນະຍາດມິດສະຫາຍ ມີປະສາທະເຫຼື້ອມໃສອັນແຮງກ້າ
ຈິ່ງໄດ້ພ້ອມກັນນ້ອມນຳມາຖວາຍແກ່ພຣະພິກຂຸສົງ
ເຊິ່ງຢູ່ຈຳພັນສາການຖ້ວນໄຕມາດໃນອາວາດແຫ່ງນີ້.
ຜ້າກະຖິນທານນີ້ເປັນຂອງບໍລິສຸດປຽບປະດຸດດັ່ງວ່າຜ້າທິບອັນເລື່ອນລອຍມາແຕ່ນະພາກາດ
ແລ້ວແລະຍາດຕົກລົງໃນທ່າມກາງສົງ ບໍ່ໄດ້ໄດ້ຈຳເພາະເຈາະຈົງແກ່ພຣະພິກຂຸອົງໃດອົງໜຶ່ງກໍຫາບໍ່ໄດ້,
ກໍ່ແລຜ້າກະຖິນນີມີພຣະບໍລົມພຸດທະນຸຍາດໄວ້ວ່າ ໃຫ້ພຣະພິກຂຸເຖຣານຸເຖຣະທັງປວງ
ເຊິ່ງຢູ່ຈໍາພັນສາການຖ້ວນໄຕມາດແລ້ວແລະເປັນຜູ້ສະຫຼາດ ສາມາດຮູ້ເຊິ່ງອັດຖະທັມ ຄື
ອານິສົງ5 ມາຕິກາ8 ປະຣິໂພດ2 ຄອງອັນຈັກກະທຳ ພິນທຸ, ປັດຈຸ, ອະທິດຖານ, ກຣານ ແລະຄອງທັງມວນ
ຄວນຈະປູຜ້າກະຖິນນີ້ໄດ້ແລ້ວ ຂໍພຣະສົງທັງປວງຈົ່ງຍິນຍອມພ້ອມພຽງກັນອະນຸຍາດ ແລະ
ສົມມຸດໃຫ້ແກ້ພຣະພິກຂຸອົງນັ້ນເທີນ
ອົງທີ2
ຜ້າກະຖິນທານ ກັບທັງຜ້າບໍລິວານທັງປວງນີ້ ຂະນ້ອຍພິຈາລະນາເບີ່ງແລ້ວ
ເຫັນສົມຄວນແກ່ພຣະ
............ຜູ້ຢູ່ໃນວັດນີ້ ເພາະທ່ານເປັນຜູ້ມີພັນສາອັນແກ່ ແລະຮູ້ເຊິ່ງອັດຖະທໍາຄື: ອານິສົງ5, ມາຕິກາ8,
ປະຣິໂພດ2 ຄອງອັນຈັກກະທຳ ພິນທຸ, ປັດຈຸ, ອະທິດຖານ, ກຣານ ແລະຄອງທັງມວນ
ຄວນຈະປູຜ້າກະຖິນນີ້ໄດ້, ກໍແລຖ້າພຣະພິກຂຸອົງໃດບໍ່ເຫັນຕາມສົມຄວນແລ້ວ
ຈົ່ງກ່າວທັກທວງຂື້ນໃນທ່າມກາງສົງ ຢ່າໄດ້ເກງໃຈເລຍ (ຢຸດຢູ່ໜ່ອຍໜຶ່ງເມື່ອບໍ່ມີຜູ້ຄັດຄ້ານແລ້ວຈຶ່ງວ່າຕໍ່ໄປ)
ຖ້າເຫັນສົມແລ້ວ ຈົ່ງສຽງສາທຸການຂື້ນພ້ອມໆກັນໃນກາລະຄັ້ງນີ້ເທີນ.
ຈາກນັ້ນ
ພຣະສົງນັ່ງນີ້ງຢູ່ ກ່າວຂື້ນພ້ອມໆກັນວ່າ: ສາທຸ...ສາທຸ...ສາທຸ... ຈົບພິທີ
สมัครสมาชิก:
บทความ (Atom)